ອົງການໄອຍະການປະຊາຊົນ ເຂດ I ແລະ ກອງບັນຊາການ ປກສ ເມືອງປາກຊັນ, ປກສ ເມືອງບໍລິຄັນ, ປກສ ເມືອງທ່າພະບາດ ແລະ ກອງບັນຊາການ ປກສ ເມືອງປາກກະດິງ ໄດ້ເຊັນບົດບັນທຶກຮ່ວມກັນກ່ຽວກັບການກໍານົດກົນໄກປະສານງານດໍາເນີນຄະດີ ຕາມຂະບວນຍຸຕິທໍາ ໃນວັນທີ 31 ພຶດສະ ພາ 2022, ມີທ່ານ ອໍານວຍພອນ ມາລາວົງ ຫົວໜ້າອົງການໄອຍະການປະຊາຊົນເຂດ I ແລະ ພັທ ລາຕີ ພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ພ້ອມດ້ວຫົວໜ້າກອງບັນຊາການ ປກສ ເມືອງກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອໍານວຍພອນ ມາລາວົງ ກ່າວວ່າ: ອີງຕາມການເຊັ່ນບົດບັນທຶກຮ່ວມລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການກໍານົດກົນໄກປະສານງານໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ VI, ຄໍາສັ່ງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເລກທີ 024/ອອປສ ລົງວັນທີ 28 ທັນວາ 2021 ແລະ ຄໍາແນະນໍາຂອງຫົວ ໜ້າອົງການໄອຍະການປະຊາຊົນແຂວງບໍລິຄໍາໄຊ ເລກທີ 36/ອຍກ.ຂ ລົງວັນທີ 17 ມັງກອນ 2022 ວ່າດ້ວຍການກໍານົດກົນໄກປະສານງານໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບການດໍາເນີນຄະດີຕາມຂະບວນການຍຸຕິທໍາ ຄັ້ງທີ VI, ບັນດາທ່ານທີ່ເຂົ້າຮ່ວມກໍໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດກົນໄກການປະສານງານ ທີ່ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການປະ ສານງານ ໃຫ້ກັນຊາບ ແລະ ໄດ້ຄົ້ນຄ້ວາປຶກສາຫາລືປັບປຸງແກ້ໄຂຂໍ້ຄົງຄ້າງ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສູງ.

ດັ່ງນັ້ນ, ອົງການໄອຍະການປະຊາຊົນເຂດ I ແລະ ກອງບັນຊາການ ປກສ 4 ຕົວເມືອງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈຶ່ງໄດ້ຕົກລົງເພື່ອຮ່ວມກັນຈັດຕັ້ງປະຕິບັດບົດບັນທຶກດັ່ງກ່າວໃຫ້ມີປະສິດທິພາບສູງ.