ແຂວງອຸດົມໄຊ ຈັດພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022 ),ໃນອາທິດຜ່ານມາ, ເຂົ້າຮ່ວມ ແລະ ປາຖະກະຖາ ໂດຍທ່ານ ສົມສະຫວາດ ເລັງສະຫວັດ ອະດີດກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ, ທ່ານ ຫງຽນ ດັງຮຸ່ງ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອລາວ, ພ້ອມດ້ວຍ ອະດີການນຳຂອງແຂວງ, ຄະນະພັກ-ຄະນະນຳ ແລະ ພາກສ່ວນກ່ຽວຂ້ອງ ຕະຫຼອດຮອດຄະນະພັກອົງການປົກຄອງບ້ານພາຍໃນເທດສະບານເມືອງໄຊ ເຂົ້າຮ່ວມ.

ໃນພິທີ, ທ່ານ ສົມສະຫວາດ ເລັງສະຫວັດ ຍົກໃຫ້ເຫັນເຖິງມູນເຊື້ອປະຫວັດສາດຂອງການພົວພັນຮ່ວມມືມາແຕ່ຍາວນານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ພາຍໃຕ້ການນຳພາຂອງຜູ້ນຳສອງປະເທດທີ່ມີຄວາມກ້າຫານ, ສະຫຼາດສ່ອງໃສ່ ເປັນຈິດໜຶ່ງໃຈດຽວກັນ ພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດຂອງຕົນຂຶ້ນການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ເປັນຕົວ ແບບແຫ່ງການພົວພັນທີ່ຍິ່ງໃຫຍ່ ເປັນການພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຫາຍາກຢູ່ໃນໂລກ, ເຊິ່ງຜູ້ນຳພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ກໍໄດ້ຖະນຸຖະໜອມເພີ່ມພູນຄູນສ້າງນ້ຳໃຈສາມັກຄີມິດຕະພາບອັນຍິ່ງໃຫຍ່ ແລະ ການພົວພັນຮ່ວມມືແບບພິເສດຢ່າງສະເໝີຕົ້ນສະເໝີປາຍ.

ທ່ານກ່າວອີກວ່າ: ການຫວນຄືນມູນເຊື້ອການພົວພັນຮ່ວມມືມິດຕະພາບຂອງສອງຊາດລາວ-ຫວຽດນາມຄັ້ງນີ້ ເພື່ອເປັນການໂຄ ສະນາ-ສຶກສາອົບ ຮົມ ໃຫ້ພະນັກງານ-ລັດຖະກອນ ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ເລິກເຊິ່ງໜັກແໜ້ນ ເພື່ອ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ຂອງສອງຊາດລາວ-ຫວຽດນາມ ໃຫ້ໝັ້ນຄົງຖະໜົງແກ່ນ ເປັນສິ່ງທີ່ສຳຄັນທີ່ສຸດທີ່ພັກ-ລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈະໄດ້ສືບຕໍ່ໃນການພົວພັນຮ່ວມມືແລກປ່ຽນບົດຮຽນນຳກັນຢ່າງຮອບດ້ານ ສ້າງຄວາມເຊື້ອໝັ້ນເຊິ່ງກັນແລະກັນ ພ້ອມກັນປົກປັກຮັກສາ ແລະ ສ້າງສາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ.