ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ຈັດກິດຈະກໍາປູກຕົ້ນໄມ້ ແລະ ແຂ່ງຂັນກິລາເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ໃນອາທິດຜ່ານມາ, ເຂົ້າຮ່ວມໂດຍ ພັທ ເຄນວອນ ລໍວັນໄຊ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີບັນດາຄະນະພັກ-ຄະນະອໍານວຍການ, ພະນັກງານຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ພັທ ປະຊັນ ຫຼວງພິທັກ ອໍານວຍການໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ກ່າວວ່າ: ຕົ້ນໄມ້ທີ່ທາງໂຮງຮຽນໄດ້ນໍາມາປູກໃນຄັ້ງນີ້ ເປັນປະເພດຕົ້ນໄມ້ກິນໝາກ ເຊັ່ນ: ຕົ້ນໝາກມ່ວງ, ຕົ້ນໝາກພ້າວ, ຕົ້ນໝາກຂາມ ແລະ ຕົ້ນໝາກອິນທະຜາລໍາ ຈໍານວນ 25 ຕົ້ນ, ປູກໃນຂອບເຂດບໍລິເວນພາຍໃນໂຮງ ຮຽນທັງນີ້ ກໍເພື່ອແນໃສ່ສ້າງຈິດສໍານຶກສ້າງສະຕິຄວາມຕື່ນຕົວໃຫ້ບັນດາພະນັກງານຄູ-ອາຈານ ແລະ ນັກຮຽນໃນການປົກປັກຮັກສາປ່າໄມ້ ແລະ ຊັບພະຍາກອນທໍາມະຊາດສ້າງສະພາບແວດລ້ອມທີ່ດີ ພາຍໃນໂຮງຮຽນໃຫ້ເປັນສີຂຽວສົດງົດງາມຕາມຄໍາຂວັນທີ່ວ່າ: ການປູກຕົ້ນໄມ້ໃນວັນນີ້ເພື່ອອະນາຄົດທີ່ດີຂອງລູກຫຼານໃນວັນໜ້າ.

ໃນໂອກາດດຽວກັນ, ໂຮງຮຽນ ປກສ ຊັ້ນຕົ້ນ ເລກ 4 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກໍໄດ້ມີການແຂ່ງຂັນກິລາບານເຕະມິດຕະພາບ ເພື່ອສ້າງຄວາມສາມັກຄີລະຫວ່າງພະນັກງານຄູ-ອາຈານ ແລະ ນັກຮຽນ, ເຊິ່ງບັນຍາກາດແມ່ນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ.