ຫ້ອງວ່າການເມືອງ ເມືອງເງິນ ແຂວງໄຊຍະບູລີ, ຈັດພິທີມອບ-ໂອນພະນັກງານລັດຖະກອນ ແລະ ວັດຖຸຊັບສິນທາງປັນຍາ, ມາດຕະຖານ ແລະ ວັດ ແທກຢູ່ຫ້ອງວ່າການເມືອງ ໄປຂຶ້ນກັບຫ້ອງການອຸດສາຫະກຳ ແລະ ການຄ້າ, ເຂົ້າຮ່ວມໂດຍທ່ານ ນາງ ສີຈົມ ບຸນມານະທຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກພັກ-ພະນັກງານ, ມີກຳມະການພັກເມືອງ, ຫົວໜ້າຫ້ອງ ການ, ພະນັກງານ-ລັດຖະກອນ ຫ້ອງວ່າການເມືອງ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ເຂົ້າຮ່ວມ.

ທ່ານ ໄຊພອນ ສິລິສົມບັດ ຮອງຫົວໜ້າຫ້ອງວ່າການເມືອງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ-ເມືອງເງິນ ສະບັບເລກທີ 209/ຈມ.ມງ ວ່າດ້ວຍການໂອນ- ພະນັກງານລັດຖະກອນ ແລະ ວັດຖຸຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກ ຢູ່ຫ້ອງວ່າການເມືອງ ຂຶ້ນກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ປະກອບມີ ບຸກລາລະກອນ ຈຳນວນ 2 ທ່ານ, ດ້ານຊັບສິນທາງປັນຍາໄດ້ມອບເຄື່ອງກວດສອບບໍລິມາດນ້ຳມັນ, ຄີມກວດສອບມາດຕະຖານເຫຼັກເສັ້ນ ແລະອື່ນໆອີກຫຼາຍລາຍການ.

ຈາກນັ້ນ, ກໍໄດ້ຜ່ານບົດບັນທຶກການມອບ-ໂອນພະນັກງານ-ລັດຖະກອນ ແລະ ວັດຖຸຊັບສິນທາງປັນຍາ, ມາດຕະຖານ ແລະ ວັດແທກລະຫວ່າງຫ້ອງວ່າການເມືອງກັບຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ພ້ອມທັງເຊັນບົດບັນທຶກຮ່ວມກັນລະຫວ່າງ ທ່ານ ຊູລິສິດ ຄຳພູວົງ ຫົວໜ້າຫ້ອງວ່າການເມືອງ ແລະ ທ່ານ ຄອນສະຫວັນ ຟອງປະດິດ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ໂດຍການເປັນສັກຄີພະຍານຂອງທ່ານ ນາງ ສີຈົມ ບຸນມານະທໍາ ຮອງເລຂາພັກເມືອງຜູ້ຊີ້ນຳວຽກພັກ-ພະນັກງານ ແລະ ພາກສ່ວນທີ່ກ່ຽວຂ້ອງ.