ວິທີແກ້ໄຂບັນຫາຢາເສບຕິດ ແມ່ນຕ້ອງມີຄວາມສາມັກຄີເປັນປຶກແຜ່ນບໍ່ແມ່ນໃຫ້ກໍາລັງວິຊາສະເພາະໃດໜຶ່ງເປັນເຈົ້າການ, ເຊິ່ງຈະເປັນການຍາກທີ່ສຸດ ເຖິງແມ່ນວ່າເຈົ້າໜ້າທີ່ຈະມີຄວາມພະຍາຍາມແກ້ໄຂຊໍ່າໃດ ແຕ່ກໍຍັງບໍ່ເທົ່າການຮ່ວມກັນແກ້ໄຂ ກໍຄືການມີສ່ວນຮ່ວມຂອງແຕ່ລະພາກສ່ວນ ເປັນຕົ້ນແມ່ນທັງພາກລັດ ແລະ ເອກະຊົນອົງການຈັດຕັ້ງທົ່ວສັງຄົມ, ພໍ່ຄ້າຊາວຂາຍ, ພໍ່-ແມ່ປະຊາຊົນ, ຊາວໜຸ່ມ-ເຍົາວະຊົນ ຕ້ອງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່, ທຸກຄົນຕ້ອງມີສ່ວນຮ່ວມໃນການປະກອບສ່ວນເປັນໜຶ່ງດຽວຕອບຕ້ານຢ່າງແຂງແຮງ ແລະ ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ວິຊາສະເພາະ; ພ້ອມກັນບຸກຕະລຸມບອນ ເພື່ອບ້ານເກີດເມືອງນອນ ເພື່ອປະເທດຊາດອັນແສນເຄົາລົບຮັກຂອງພວກເຮົາປາສະຈາກຢາເສບຕິດກາຍເປັນສັງຄົມມີຄວາມສະຫງົບງົບສຸກ ແລະ ສີ ວິໄລ.

ວັນທີ 17 ພຶດສະພາ 2022, ປກສ ກຸ່ມນາຂ່າ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄດ້ສືບຕໍ່ຜັນຂະຫຍາຍວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ປະເມີນຄອບຄົວ, ບ້ານປອດຢາເສບຕິດ ແລະ ປະເມີນຄອບຄົວ, ບ້ານປ້ອງກັນຄວາມສະຫງົບດີ ຢູ່ບ້ານຫົວນາ ໂດຍການເປັນປະທານຂອງ ພັທ ກົງ ຄະນະລັງສຸກ ຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ, ມີ ປກສ ກຸ່ມ, ການຈັດຕັ້ງບ້ານ 8 ບ້ານ, ພະນັກງານກໍ່ສ້າງຮາກຖານ ແລະ ປະຊາຊົນພາຍໃນບ້ານ 94 ຄົນຍິງ 56 ຄົນ ເຂົ້າຮ່ວມ.

ພັທ ນັດຕະພົງ ຖາວີວອນ ຫົວໜ້າ ປກສ ກຸ່ມນາຂ່າ ໄດ້ຂຶ້ນຜ່ານແຜນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ຢູ່ບ້ານຫົວນາ ໃນໄລຍະ 7 ວັນ ໂດຍສຸມໃສ່ກວດ ກາຂໍ້ມູນສະຖິຕິພົນລະເມືອງຄືນໃໝ່ ໃຫ້ຖືກ ຕ້ອງຊັດເຈນຕາມແບບຟອມທີ່ກໍານົດໄວ້, ນໍາ ພາສ້າງ ແລະ ປັບປຸງຄືນປື້ມບັນທຶກກໍາລັງ ປກສ ບ້ານ, ຂຶ້ນບັນຊີອາຊີບ ແລະ ພາຫະນະພິເສດ, ປັບປຸງໜ່ວຍ 10 ຫຼັງຄາເຮືອນ ໃຫ້ຖືກຕ້ອງຕາມ ແຈ້ງການທີ່ຂັ້ນເທິງວາງອອກ, ຂຶ້ນບັນຊີຄົນພັກ ເຊົາພາຍໃນບ້ານໃຫ້ຖືກຕ້ອງຊັດເຈນ, ນໍາພາປະ ເມີນຄອບຄົວປ້ອງກັນຄວາມສະຫງົບ ຕາມມາດ ຖານເງື່ອນໄຂທີ່ກໍານົດໄວ້, ຄົ້ນຄວ້າປັບປຸງຂໍ້ກໍານົດລະບຽບຂອງບ້ານຄືນໃໝ່, ກວດກາເລກທີ ຄົວເຮືອນໃຫ້ຖືກຕ້ອງ, ສະກັດກັ້ນ ແລະ ແກ້ໄຂ ບັນຫາຢາເສບຕິດ ທີ່ຕິດພັນກັບວາລະແຫ່ງຊາດ, ເພີ່ມທະວີໂຄສະນາເຜີຍແຜ່ໄພອັນຕະລາຍຂອງ ຢາເສບຕິດ ແລະ ບາງມາດຕະການຂອງກົດໝາຍ ໃຫ້ທົ່ວເຖີງ, ຂຶ້ນບັນຊີເກັບກໍາເປົ້າໝາຍກຸ່ມສ່ຽງ ທີ່ພົວພົນຢາເສບຕິດໃຫ້ຈະແຈ້ງ, ສຶກສາອົບຮົມເປົ້າໝາຍທີ່ພົວພັນຢາເສບຕິດ, ຂຶ້ນບັນຊີເກັບກໍາສະຖານທີ່ຫົວໜ່ວຍທຸລະ ກິດ, ຫ້າງຮ້ານທີ່ມີ ຄວາມສ່ຽງຕໍ່ບັນຫາຢາເສບຕິດ ພ້ອມທັງເຮັດບົດບັນທຶກສຶກສາອົບຮົມ ແລະ ແກ້ໄຂຜູ້ທີ່ເຫັນວ່າ ມີຂໍ້ມູນຄົບຖ້ວນໃນການພົວ ພັນຢາເສບຕິດ.

ພັທ ກົງ ຄະນະລັງສຸກ ຫົວໜ້າກອງບັນຊາ ການ ປກສ ເມືອງນາຊາຍທອງ ໄດ້ໃຫ້ທິດຊີ້ນໍາຕໍ່ ຄະນະຊີ້ນໍາ-ບັນຊາ ແລະ ການຈັດຕັ້ງບ້ານ ເພື່ອ ເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານຕົວ ຈິງ ມີຜົນສໍາເລັດຕາມລະດັບຄາດໝາຍຮຽກຮ້ອງ ແຕ່ລະພາກສ່ວນ ໂດຍສະເພາະກໍາລັງ ປກຊ-ປກສ ຕ້ອງເປັນໃຈກາງໃນການພົວພັນປະສານ ງານລົງເລິກວຽກງານຕົວຈິງ ແລະ ໃຫ້ເຂົ້າເຖິງກຸ່ມເປົ້າໝາຍທີ່ຍັງຄົງຄ້າງ, ໃນການປະຕິບັດແຜນການ ຕ່າງໆຕ້ອງມີຄວາມເປັນເອກະພາບກັນ. ພ້ອມນັ້ນ, ຍັງຮຽກຮ້ອງໃຫ້ປະຊາຊົນຕ້ອງເປັນເຈົ້າການຊ່ວຍເຈົ້າໜ້າທີ່ໃນການຕ້ານສະກັດກັ້ນຢາເສບຕິດ ເພື່ອ ເຮັດໃຫ້ບ້ານຫົວນາ ກໍຄືກຸ່ມນາຂ່າ ມີຄວາມສະຫງົບ ແລະ ປອດສິ່ງເສບຕິດ.