ກົມກວດກາ-ກວດການ ກະຊວງ ປກສ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕຳຫຼວດຜູ້ທີ່ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ແລະ ຫ້າວຫັນປະຕິບັດໜ້າທີ່ວຽກງານມີຜົນສໍາເລັດ ໃນວັນທີ 7 ມິຖຸນາ 2022; ເປັນກຽດເຂົ້າຮ່ວມ ແລະ ປະດັບຊັ້ນໂດຍ ພັອ ບຸນລຽນ ສະອາດສີ ຮອງຫົວໜ້າກົມກວດກາ-ກວດການ ປກສ, ມີຫົວໜ້າ-ຮອງພະແນກ ພ້ອມທັງພະນັກງານຫຼັກແຫຼ່ງ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ປາດຖະໜອມ ພົງສະຫວັດ ຮອງພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 867-868/ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກົມກວດກາ-ກວດການ ປກສ ເຊິ່ງໄດ້ເລື່ອນຊັ້ນດ່ັງນີ້:

  • ພັນຕີ ຂຶ້ນ ພັນໂທ ຈຳນວນ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ ຈໍານວນ 2 ສະຫາຍ

ທັ້ງນີ້, ກໍເພື່ອເປັນການປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕຳຫຼວດຜູ້ທີ່ມີຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ໃນພິທີ ຍັງໄດ້ຜ່ານມະຕິຕົກລົງ ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ເລກທີ 123/ຄປກສ, ລົງວັນທີ 30 ພຶດສະພາ 2022 ວ່າດ້ວຍ ການອະນຸມັດເລື່ອນສະມາຊິກພັກສຳຮອງ ເປັນ ສະມາຊິກພັກສົມບູນ ຈຳນວນ 2 ສະຫາຍ.

ໃນໂອກາດນີ້, ພັອ ບຸນລຽນ ສະອາດສີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະນັກງານ-ນັກຮົບ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນສະມາຊິກພັກສົມບຸນຄັ້ງນີ້ ທີ່ສາມາດເຮັດສໍາເລັດໜ້າທີ່ການເມືອງ ຕາມການມອບໝາຍຂອງຂັ້ນເທິງ ຈົນສາມາດຍາດໄດ້ຜົນງານຫຼາຍດ້ານທີ່ພົວພັນເຖິງ ການປະຕິບັດກົດລະບຽບ, ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ຢູ່ແຕ່ລະຂົງເຂດວິຊາສະເພາະ ໃຫ້ນັບມື້ດີຂຶ້ນ.

ພ້ອມທັງຮຽກຮ້ອງໃຫ້ນາຍຕຳຫຼວດແຕ່ລະສະຫາຍ ຈົ່ງເສີມຂະຫຍາຍທາດແທ້, ມູນເຊື້ອອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ສູງຂຶ້ນ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ, ເປັນແບບຢ່າງນຳໜ້າໃນທຸກຂົງເຂດວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສໍາເລັດ, ຊອກຮູ້ຮ່ຳຮຽນ ເພື່ອພັດທະນາຕົນເອງໃຫ້ເປັນແບບຢ່າງທີ່ດີ ໃນທົ່ວກຳລັງປ້ອງກັນຄວາມສະຫງົບ.