ເດືອນພຶດສະພາ 2022, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 484 ຄັ້ງ ແລະ ມີຜູ້ເສຍຊີວິດທັງໝົດ 70 ຄົນ ຄິດເປັນມູນຄ່າເສຍຫາຍ 8.850.055.000 ກີບ.

ເຈົ້າໜ້າທີ່ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ລາຍງານໃຫ້ຮູ້ວ່າ: ໃນເດືອນພຶດສະພາຜ່ານມາ, ທົ່ວປະເທດມີອຸບັດຕິເຫດເກີດຂຶ້ນທັງໝົດ 70 ຄັ້ງ, ພາຫະນະເປ່ເພ ທັງໝົດ 626 ຄັນ; ໃນນີ້, ເປ່ເພເລັກໜ້ອຍ 368 ຄັນ, ສົມຄວນ 441 ຄັນ, ໃຊ້ການບໍ່ໄດ້ 17 ຄັນ; ຄົນໄດ້ຮັບບາດເຈັບທັງໝົດ 848 ຄົນ; ໃນນີ້, ບາດເຈັບເລັກໜ້ອຍ 490 ຄົນ, ສົມຄວນ 258 ຄົນ, ສາຫັດ 90 ຄົນ ແລະ ມີຜູ້ເສຍຊີວິດທັງໝົດ 70 ຄົນ; ການລະເມີດກົດລະບຽບຈະລາຈອນ ພາໃຫ້ເກີດອຸບັດຕິເຫດປະກອບມີ: ດື່ມສິ່ງມືນ ເມົາ 102 ຄົນ, ບໍ່ມີໃບຂັບຂີ່ 237 ຄົນ, ອາຍຸບໍ່ເຖິງກະສຽນ 46 ຄົນ ແລະອື່ນໆ 344 ຄົນ.

ແຂວງທີ່ເກີດອຸບັດຕິເຫດ ແລະ ມີຜູ້ເສຍຊີວິດຫຼາຍ ປະກອບມີ: ນະຄອນຫຼວງວຽງຈັນ ເກີດຂຶ້ນ 81 ຄັ້ງ ເສຍຊີວິດ 12 ຄົນ, ໄຊຍະບູລີ ເກີດຂຶ້ນ 16 ຄັ້ງ ເສຍຊີວິດ 10 ຄົນ, ຈໍາປາສັກ ເກີດຂຶ້ນ 67 ຄັ້ງ ເສຍຊີວິດ 7 ຄົນ, ບໍລິຄໍາໄຊ ເກີດຂຶ້ນ 33 ຄັ້ງ ເສຍຊີວິດ 7 ຄົນ, ສະຫວັນນະ ເຂດ ເກີດຂຶ້ນ 41 ຄັ້ງ ເສຍຊີວິດ 5 ຄົນ, ຫຼວງ ພະບາງ ເກີດຂຶ້ນ 41 ຄັ້ງ ເສຍຊີວິດ 5 ຄົນ, ບໍ່ ແກ້ວ ເກີດຂຶ້ນ 23 ຄັ້ງ ເສຍຊີວິດ 5 ຄົນ ແລະ ແຂວງອື່ນໆອີກ; ສ່ວນແຂວງອຸດົມໄຊ ມີອຸບັດ ຕິເຫດເກີດຂຶ້ນ 13 ຄັ້ງ ແຕ່ບໍ່ມີຜູ້ເສຍຊີວິດ.