ຄະດີຄາດຕະກໍາ 2 ສົບ ແລ້ວຝັງໄວ້ຢູ່ປ່າແຄມທາງ ເຂດບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃນຄັ້ງວັນທີ 18 ມີນາ 2022 ແມ່ນເຫດການລັກພາຕົວຮຽກຄ່າໄຖ່; ປັດຈຸບັນ, ເຈົ້າໜ້າທີ່ສາມາດຕິດຕາມຈັບໄດ້ 13 ຄົນ ຍິງ 1 ຄົນ ທີ່ຮ່ວມກັນກໍ່ເຫດ.

ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ຫົວໜ້າກົມສືບສວນ-ສອບສວນ ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 8 ມິຖຸນາ ວ່າ:

ພາຍຫຼັງເຈົ້າໜ້າທີ່ພວກເຮົາໄດ້ຮັບແຈ້ງຄວາມຈາກ ນາງ ສ້ອຍສຸດາ ອາຍຸ 18 ປີ, ຢູ່ບ້ານດົງນາໂຊກເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ວ່າ: ຜົວຂອງຕົນເອງ ຊື່ ທ້າວ ບຸນທ່ຽງ ອາຍຸ 53 ປີ ນັກທຸລະກິດ ພ້ອມດ້ວຍໝູ່ຊື່ ທ້າວ ເຊິນຫາຍເຜິ້ງ ອາຍຸ 49 ປີ, ນັກທຸລະກີດຈີນ ພັກເຊົາຢູ່ບ້ານດົງນາໂຊກເໜືອ ໄດ້ຖືກຄົນຮ້າຍລັກພາຕົວໄປຮຽກຄ່າໄຖ່.

ເມື່ອໄດ້ຮັບການລາຍງານ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະທີ່ກ່ຽວຂ້ອງ ສົມທົບກັບ ປກສ ເມືອງສີໂຄດຕະບອງ, ປກສ ກຸ່ມ, ອົງການປົກຄອງບ້ານທີ່ກ່ຽວຂ້ອງ ລົງກວດກາເກັບກຳຂໍ້ມູນເບື້ອງຕົ້ນຕາມຫຼັກການວິຊາສະເພາະ ເພື່ອຊອກຫາຜູ້ຖືກເຄາະຮ້າຍ ແລະ ເປົ້າໝາຍກໍ່ການກະທຳຜິດ.

ມາຮອດວັນທີ 26 ມີນາ 2022 ເວລາ 13:00ໂມງ, ໄດ້ຮັບການລາຍງານຈາກ ປກສ ເມືອງສີໂຄດຕະບອງ ວ່າ: ມີເຫດການຄາດຕະກຳ 2 ສົບ ຖືກຝັງດິນໄວ້ຢູ່ປ່າແຄມທາງ ເຂດບ້ານໃໝ່ ເມືອງສີໂຄດຕະບອງ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາ ແລະ ພິສູດຊາກສົບ ຈຶ່ງສາມາດຮູ້ໄດ້ວ່າ ສົບສອງສົບທີ່ຖືກຄາດຕະກຳຟັງດິນ ແມ່ນສົບຂອງ ທ້າວ ບຸນທ່ຽງ ແລະ ທ້າວ ເຊິນຫາຍເຜິ້ງ ທີ່ຖືກລັກພາຕົວໄປແຕ່ວັນທີ 18 ມີນາ 2022.

ເມື່ອເປັນແນວນັ້ນ ຈຶ່ງໄດ້ແຕ່ງຕັ້ງ ກົມວິຊາສະເພາະ ລົງສົມທົບກັບ ປກສ ນະຄອນຫຼວງວຽງຈັນ ແລະ ປກສ ເມືອງສີໂຄດຕະບອງ ຕິດຕາມ ແລະ ຊີ້ນຳເພື່ອແກ້ໄຂຄະດີດັ່ງກ່າວຕາມຫຼັກການວິຊາສະເພາະ ແລະ ລະບຽບກົດໝາຍ; ມາຮອດວັນທີ 12 ເມສາ 2022, ຈຶ່ງສາມາດກັກຕົວເປົ້າໝາຍສົງໄສທີ່ມີສ່ວນຮ່ວມໃນການລັກພາຕົວ ແລະ ຄາດຕະກຳໄດ້ 1 ຄົນ, ຊື່ ທ້າວ ສີພັນ ຫຼື ບີ້ ອາຍຸ 19 ປີ ກຳມະກອນ ຢູ່ບ້ານສະພານທອງໃຕ້ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຜ່ານການສອບສວນ, ທ້າວ ສີພັນ ໄດ້ໃຫ້ການຊັກທອດເຖິງຜູ້ເປັນຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການຫຼາຍຄົນ.

ຜ່ານການດໍາເນີນຄະດີຢ່າງເຄັ່ງຮ້ອນ ໂດຍພາຍໃຕ້ການຊີ້ນຳຂອງຂັ້ນເທີງ; ມາຮອດປັດຈຸບັນ, ສາມາດຕິດຕາມຈັບເປົ້າໝາຍທີ່ມີສ່ວນຮ່ວມໃນການລັກພາຕົວ ແລະ ຄາດຕະກຳໄດ້ທັງໜົດ 13 ຄົນ ຍິງ 1 ຄົນ, ຄົນລາວ 8 ຄົນ ຍິງ 1 ຄົນ, ຄົນສັນຊາດຈີນ 4 ຄົນ, ພາຫະນະຮັບໃຊ້ເຂົ້າໃນການກະທຳຜິດ ມີລົດໃຫຍ່ 2 ຄັນ; ນອກນັ້ນ, ເຈົ້າໜ້າທີ່ພວກເຮົາ ຍັງສືບຕໍ່ດໍາເນີນໄລ່ຊອກໄລ່ຈັບພັກພວກຮ່ວມຂະບວນການຕື່ມອີກຈຳນວນໜຶ່ງ ທີ່ກຳລັງເອົາຕົວຫຼົບໜີ ມານຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.