ໃນວັນທີ 7 ມິຖຸນາ 2022, ລັດວິສາຫະກິດບໍລິການຄວາມປອດໄພ ກະຊວງ ປກສ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງລັດວິສາຫະກິດບໍລິການຄວາມປອດໄພ ຄົບຮອບ 20 ປີ (7 ມິຖຸນາ 2002-7 ມິຖຸນາ 2022), ເຂົ້າຮ່ວມ ແລະ ປາຖະກະຖາໂດຍ ພົຕ ບຸນມີ ແສງຄໍາຢອງ ອະດີດຫົວໜ້າອໍານວຍການ ລັດວິສາຫະກິດບໍລິການຄວາມປອດໄພ, ມີ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ຄະນະອໍານວຍການ, ແຂກຮັບເຊີນ ແລະ ກໍາລັງຮັກສາຄວາມປອດໄພ ເຂົ້າຮ່ວມ.

ໃນພິທີ ພົຕ ບຸນມີ ແສງຄໍາຢອງ ໄດ້ເລົ່າຄືນມູນເຊື້ອໃຫ້ຮູ້ວ່າ:

ໃນວັນທີ 7 ມິຖຸນາ 2002, ກົມການຄ້າພາຍໃນ ກະຊວງການຄ້າ ໄດ້ອອກໃບທະບຽນເລກທີ 0059/ ກພ.ຫວ ລົງວັນທີ 7 ມິຖຸນາ 2002 ໃຫ້ແກ່ ລັດວິສາຫະກິດບໍລິການຄວາມປອດໄພ ເພື່ອເປັນບ່ອນອີງໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ດັ່ງນັ້ນ, ລັດວິສາຫະກິດບໍລິການຄວາມປອດໄພ ແມ່ນໄດ້ດໍາເນີນການເຄື່ອນໄຫວນັບແຕ່ວັນທີ 7 ມິຖຸນາ 2002 ເປັນຕົ້ນມາ ແລະ ໄດ້ກໍານົດເອົາວັນດັ່ງກ່າວ ເປັນວັນສ້າງຕັ້ງລັດວິສາຫະກິດບໍລິການຄວາມປອດໄພຂອງຕົນຢ່າງເປັນທາງການ.

ລັດວິສາຫະກິດບໍລິການຄວາມປອດໄພ ແມ່ນເປັນຫົວໜ່ວຍວິສາຫະກິດຂອງລັດ 100% ຂຶ້ນກັບການຄຸ້ມຄອງ-ບັນຊາຊີ້ນໍາໂດຍກົງຈາກຄະນະນໍາ ກະຊວງປ້ອງກັນຄວາມສະຫງົບ; ປັດຈຸບັນ, ຕາງໜ້າໃຫ້ແກ່ກະຊວງ ປກສ ໂດຍກົມໃຫຍ່ພະລາທິການ ປກສ ຕາມຂໍ້ຕົກລົງສະບັບເລກທີ 701/ປກສ ລົງວັນທີ 2 ເມສາ 2021, ມີຖານະເທົ່າກັບບັນດາກົມນ້ອຍທີ່ຂຶ້ນກັບ ກົມໃຫຍ່ພະລາທິການ ປກສ.

ລັດວິສາຫະກິດບໍລິການຄວາມປອດໄພ ມີພາລະບົດບາດໃນການເຄື່ອນໄຫວດໍາເນີນທຸລະກິດດ້ານການບໍລິການຄວາມປອດໄພ ຕາມສັນຍາຜູກພັນລະຫວ່າງສອງຝ່າຍ ຫຼື ຫຼາຍຝ່າຍ, ເຄື່ອນໄຫວພາຍໃຕ້ກົດໝາຍຂໍ້ກໍານົດລະບຽບການຂອງວິສາຫະກິດທີ່ລັດຖະບານກໍານົດ ແລະ ຂໍ້ກໍານົດ, ກົດລະບຽບຂອງ ກະຊວງ ປກສ ວາງອອກ.

ພາຍຫຼັງໄດ້ຮັບການສ້າງຕັ້ງ ກະຊວງປ້ອງກັນຄວາມສະຫງົບ ກໍໄດ້ຕົກລົງແຕ່ງຕັ້ງນາຍ ແລະ ພົນຕໍາຫຼວດຈໍານວນໜຶ່ງເຂົ້າມາຊີ້ນໍາ-ນໍາພາ. ໃນນັ້ນ, ໄດ້ຕົກລົງແຕ່ງຕັ້ງ ພັທ ບຸນມີ ແສງຄໍາຢອງ ເປັນຜູ້ອໍານວຍການ, ພັທ ສຸລິດ ໜໍ່ສັດປະເສີດ ເປັນຮອງ, ທ່ານ ສົມພອນ ຫຼ້າ ແກ່ນຈັນ ເປັນຮອງ (ນອກກໍາລັງ), ທ່ານ ບຣາຍອັນ ເປັນທີ່ປຶກສາ (ຄົນອັງກິດ) ຊ່ວຍຊີ້ນໍາ.

ໃນໄລຍະນັ້ນ, ລະບົບການບັນຊາ-ຄຸ້ມຄອງ ໄດ້ແບ່ງອອກເປັນ 3 ພະແນກ, ມີພະນັກງານທັງໝົດ 271 ຄົນ, ແບ່ງເປັນພະນັກງານບັນຊາ 34 ຄົນ, ມີທີ່ປຶກສາຕ່າງປະເທດ 1 ຄົນ, ມີກໍາລັງບໍລິການຄວາມປອດໄພທັງໝົດ 233 ຄົນ ແລະ ມີລູກຄ້າໃຊ້ບໍລິການ 32 ສັນຍາ.

ມາຮອດປັດຈຸບັນ, ລັດວິສາຫະກິດບໍລິການຄວາມປອດໄພ ໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ໄດ້ມີການປັບປຸງທາງດ້ານຈໍານວນ ແລະ ຄຸນນະພາບ ເພື່ອໃຫ້ສອດຄ່ອງກັບການເຕີບໃຫຍ່ຂະຫຍາຍຕົວ ແລະ ກຽມພ້ອມຮັບໃຊ້ສັງຄົມ.

ຕະຫຼອດ 20 ປີ ຜ່ານມາ, ໄດ້ຝຶກກໍາລັງໃຫ້ຄວາມຮູ້ພື້ນຖານການບໍລິການຄວາມປອດໄພ ທັງໝົດ 13.786 ເທື່ອຄົນ, ສ້າງຖັນແຖວພະນັກງານນໍາພາ-ບັນຊາ 88  ຄົນ ຍິງ 22 ຄົນ, ຂະຫຍາຍສາຂາບໍລິການໄດ້ 1 ແຫ່ງ (ແຂວງບໍ່ແກ້ວ), ຮ່ວມທຶນກັບ ກອງບັນຊາການ ແລະ ໜ່ວຍບໍລິການຕ່າງແຂວງ 2 ແຫ່ງ (ແຂວງວຽງຈັນ ແລະ ບໍລິຄໍາໄຊ), ສ້າງລາຍຮັບໄດ້ທັງໝົດ 245.350.989.343 ກີບ, ຈ່າຍພັນທະໃຫ້ລັດ 9.808.833.259 ກີບ, ໃຫ້ ກະຊວງ ປກສ 249.988.400 ກີບ.

ພ້ອມນັ້ນ, ຍັງໄດ້ຮັບການຍ້ອງຍໍຫຼຽນໄຊແຮງງານຊັ້ນ II 1 ໜ່ວຍ, ຫຼຽນກາແຮງງານ 2 ໜ່ວຍ, ໄດ້ຮັບນາມມະຍົດກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 3 ປີຊ້ອນ, ໄດ້ຮັບນາມມະຍົດໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ 3 ປີຊ້ອນ.