ກອງບັນຊາການ ປກສ ແຂວງວຽງຈັນ ຈັດພິິທີປາຖະກະຖາ 3 ວັນປະຫວັດສາດ ຄື: ວັນຜ່າວົງປິດລ້ອມຂອງກອງພັນທີ II ວິລະຊົນທີ່ທົ່ງໄຫຫີນ-ຊຽງຂວາງ ຄົບຮອບ 63 ປີ ( 18 ພຶດສະພາ 1959 ຫາ 18 ພຶດສະພາ 2022 ), ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳພັກ ແລະ ແນວລາວສ້າງຊາດ ຄົບຮອບ 62 ປີ ( ວັນທີ 24 ພຶດສະພາ 1960 ຫາ ວັນທີ 24 ພຶດສະພາ 2022 ), ວັນເດັກນ້ອຍສາກົນ 97 ປີ ( 1 ມິຖຸນາ 1925 ຫາ 1 ມິຖຸນາ 2022), ໃນອາທິດຜ່ານມາ, ເຂົ້າຮ່ວມ ແລະ ປາຖະກະຖາ ໂດຍ ພັອ ສົມຄິດ ດວງພະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີພະນັກງານຫຼັກແຫຼ່ງ, ພະນັກງານ-ນັກຮົບ ຈາກບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ເຂົ້າຮ່ວມ.

ຈຸດປະສົງໃນການປາຖະກະຖາຄັ້ງນີ້ ເພື່ອໂຄສະນາ-ສຶກສາອົບຮົມໃຫ້ພະນັກງານຫຼັກແຫຼ່ງ; ພະນັກງານ-ນັກຮົບ ພາຍໃນກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ມີຄວາມຮັບຮູ້, ມີຄວາມເຂົ້າໃຈ ແລະ ເຫັນໄດ້ປະຫວັດຄວາມເປັນມາ, ມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວ ເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພີ່ມທະວີຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດະກິດສັງຄົມ 5 ປີ ຄັ້ງທີ IX ຂອງລັດ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງໃຫ້ປະກົດຜົນເປັນຈິງ.

ພ້ອມນັ້ນ, ຍັງເປັນການເສີມຂະຫຍາຍມູນເຊື້ອອັນສະຫຼາດສ່ອງໃສ ແລະ ປີຊາສາມາດຂອງປະທານ ໄກສອນ ພົມວິຫານ ໃນການຊີ້ນໍາ-ນໍາພາໃນແຕ່ ລະໄລຍະ; ສະນັ້ນ, ພັກ-ລັດຖະບານ ຍາມໃນກໍຮູ້ບຸນຄຸນອັນລົ້ນເຫຼືອຕໍ່ພະນັກງານປະຕິວັດ ຜູ້ທີ່ມີຜົນງານຄວາມດີຕໍ່ຊາດ ເຕົ້າໂຮມຄວາມສາມັກຄີ ແລະ ສຶກສາອົບຮົມຖັນແຖວພະ ນັກງານ-ນັກຮົບ ເພື່ອເປັນຄັນທຸງເປັນແບບຢ່າງໃຫ້ແກ່ລູກຫຼານ, ຄົນຮຸ່ນໃໝ່ໄດ້ຮຽນຮູ້ ແລະ ສືບທອດມູນເຊື້ອ ພາລະກິດປະຕິວັດຕະຫຼອດໄປ ເຮັດໃຫ້ພະນັກງານ-ນັກຮົບ ທີ່ເຂົ້່າຮ່ວມຮັບຟັງຄັ້ງນີ້ ເຫັນໄດ້ຄວາມໝາຍຄວາມສຳຄັນ ແລະ ກຳໄດ້ບົດຮຽນອັນລໍ້າຄ່າ ທີ່ຈະຕ້ອງໄດ້ນຳເອົາບົດຮຽນດັ່ງກ່າວ ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ປະກົດຜົນເປັນຈິງ.