ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ກັກເປົ້າໝາຍຄ້າຂາຍຢາເສບຕິດໄດ້ 1 ຄົນ, ພ້ອມຂອງກາງຢາບ້າ 8.000 ເມັດ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 27 ພຶດສະພາ 2022 ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະໄດ້ຮັບການລາຍງານຈາກພົນລະເມືອງດີວ່າ ພົບກຸ່ມຄົນບໍ່ດີເຄື່ອນໄຫວຄ້າຂາຍຢາເສບຕິດຢູ່ເຂດບ້ານຫົວແຊ ເມືອງບາຈຽງ. ຈາກນັ້ນ, ເຈົ້າໜ້າທີວິຊາສະເພາະ ຈຶ່ງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ດັ່ງ ກ່າວເຫັນວ່າ ເປັນໄປຕາມແຫຼ່ງຂ່າວພ້ອມ ທັງໄດ້ເຄື່ອນໄຫວລົງມ້າງຄະດີດັ່ງກ່າວ ສາມາດກັກຕົວເປົ້າໝາຍຊື່ ນາງ ບຸນມີ ຫຼື ກີ້ ອາຍຸ 30 ປີ ກຳມະກອນ ບ້ານທ່າຫຼວງ ນະຄອນປາກເຊ ພ້ອມຂອງກາງ ຢາບ້າ 8.000 ເມັດ, ເງິນ 360.000 ກີບ ແລະ ໂທລະສັບ 1 ເຄື່ອງ.

ປັດຈຸບັນ, ຄະດີດັ່ງກ່າວ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນ ເພື່ອຊອກຫາຜູ່ຮ່ວມຂະບວນມາດຳເນີນຄະດີຕາມຂັ້ນຕອນກົດໝາຍ.