ກອງບັນຊາການ ປກສ ແຂວງຈຳປາສັກ ຈັດກອງປະຊຸມປຶກສາຫາລືແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃນອາທິດຜ່ານມາ, ເປັນປະທານໂດຍ ພັອ ສຸກພະຈັນ ສີລາເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ, ຄະນະບັນຊາ ຈາກຫ້ອງອ້ອມຂ້າງ, ບັນດາ ປກສ ເມືອງ, 1 ນະ ຄອນ, ໂຮງຮຽນ ປກສ ຊັ້ນສູງເລກ 4, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ຫ້ອງການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເຂົ້າຮ່ວມ.

ໃນກອງປະຊຸມ, ພັທ ເຂັມທອງ ຟອງສະໝຸດ ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດລາຍງານໃນ 1 ອາທິດຜ່ານມາ, ວຽກ ງານວິຊາສະເພາະ ສາມາດມ້າງຄະດີອາຍາໄດ້ 1 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 1 ຄົນ, ຜົນເສຍຫາຍ ມູນຄ່າ 1.050 000 ກີບ, ຄະດີຢາເສບຕິດໄດ້ 27 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 40 ຄົນ, ເຄື່ອງຂອງກາງປະເພດຢາບ້າ 27.868 ເມັດ, ລົດຈັກ 2 ຄັນ, ໂທລະສັບ 7 ເຄື່ອງ, ເງິນ 2.260.000 ກີບ, ປືນດັດແປງຍິງດ້ວຍລູກແວງ 1 ກະບອກ, ພ້ອມດ້ວຍລູກ 2 ລູກ, ມີອຸບັດຕິເຫດເກີດຂຶ້ນ 11 ຄັ້ງ, ຄົນໄດ້ຮັບ ບາດເຈັບ 23 ຄົນ ຍິງ 8 ຄົນ, ບາດເຈັບ ເລັກໜ້ອຍ 6 ຄົນ ຍິງ 4 ຄົນ, ເຈັບສົມ ຄວນ 15 ຄົນ ຍິງ 5 ຄົນ, ສາຫັດ 2 ຄົນ ຍິງ 1 ຄົນ, ພາຫະນະເປ່ເພ 19 ຄັນ, ເພເລັກໜ້ອຍ 5 ຄັນ, ເພສົມຄວນ 14 ຄັນ, ລວມມູນຄ່າເສຍຫາຍ 25. 000.000 ກີບ. ໃນກອງປະຊຸມດັ່ງກ່າວ, ຜູ້ແທນທີ່ເຂົ້າຮ່ວມຍັງໄດ້ປະກອບຄຳຄິດຄໍາເຫັນແລກປ່ຽນ ເພື່ອເສີມຂະຫຍາຍຈຸດດີ ແລະ ແກ້ໄຂຂໍ້ຄົງຄ້າງ ເພື່ອນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດໃນຕໍ່ໜ້າ.

ພັອ ສຸກພະຈັນ ສີລາເພັດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກ-ຄະນະບັນຊາແຕ່ລະຂັ້ນເຮັດສຳເລັດໜ້າທີ່ຕາມການມອບໝາຍ, ພ້ອມທັງເນັ້ນ ໜັກບາງບັນຫາ ໂດຍສະເພາະບັນຫາປະກົດການຫຍໍ້ທໍ້ໃນສັງຄົມ ເຊັ່ນ: ການປຸ້ນຈີ້, ຊິງຊັບ, ຂີ້ລັກ, ບັນຫາຢາເສບຕິດ, ອຸບັດຕິເຫດຕາມທ້ອງຖະໜົນ ຫຼວງ, ຄະນະພັກ-ຄະນະບັນຊາ ແຕ່ລະ ຂັ້ນ ຕ້ອງສຸມໃສ່ແກ້ໄຂບັນຫາດັ່ງກ່າວ ເອົາໃຈໃສ່ໂຄສະນາເຜີຍແຜ່ຜັນຂະ ຫຍາຍວາລະແຫ່ງຊາດ, ຊຸກຍູ້ ປກສ ກຸ່ມ, ປກສ ບ້ານ ຕິດພັນກັບການຍ້ອງຍໍ ແລະ ນຳໄປຈັດຕັ້ງປະຕິະບັດ ເພື່ອແກ້ໄຂບັນຫາຢາເສບຕິດຢູ່ໃນສັງຄົມ ໃຫ້ລົດໜ້ອຍຖອຍລົງເທື່ອລະກ້າວ.