ຄະນະພັກ ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ໄດ້ສະຫຼຸບຕີລາຄາສະພາບການເຄື່ອນໄຫວຊີ້ນໍາ-ນໍາພາ ໄຕມາດ I ແລະ ວາງທິດທາງ ໄຕມາດ II ປີ 2022 ແລະ ຮັບສະມາຊິກພັກສົມບູນ ໃນວັນທີ 9 ມິຖຸນາ 2022, ເປັນປະທານໂດຍ ສະຫາຍ ພັອ ຄໍາພອນ ແສງສາລີຈັນ ຄະນະພັກກົມ ຮອງຫົວໜ້າກົມຕໍາຫຼວດຄຸມຂັງ-ດັດສ້າງ, ມີຄະນະພັກ-ຄະນະກົມ, ຄ້າຍ, ພະແນກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.

ສະຫາຍ ພັທ ນາງ ພວງວັນ ຂຸນລາດ ຮອງເລຂາໜ່ວຍພັກ ຮອງຫົວໜ້າພະແນກການເມືອງ ໃຫ້ຮູ້ວ່າ:

ໃນໄຕມາດ I ປີ 2022, ຄະນະພັກກົມ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາວຽກງານກໍ່ສ້າງພັກ ໂດຍຈັດຕັ້ງປະຕິບັດຖືກຕ້ອງຕາມ 5 ຫຼັກການ 3 ທິດນໍາ ຂອງພັກໃນການກໍ່ສ້າງ ແລະ ປັບປຸງຕົນເອງຢ່າງແຂງແຮງ ໂດຍເລີ່ມຈາກການປັບປຸງກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມຄໍາສັ່ງແນະນໍາຂອງ ຄະນະບໍລິຫານງານພັກ ກະຊວງປ້ອງກັນຄວາມສະຫງົບ, ຂໍ້ກໍານົດວ່າດ້ວຍການຂະຫຍາຍພັກ ໃນກໍາລັງປ້ອງກັນຄວາມສະຫງົບ; ສ້າງໄດ້ມະຫາຊົນຜູ້ທີ່ກ້າວໜ້າເຂົ້າຮຽນສະໜັບສະໜູນ ຈໍານວນ 18 ສະຫາຍ ຍິງ 3 ສະຫາຍ; ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເຂົ້າຮຽນລະບຽບພັກປະຊາຊົນ ປະຕິວັດລາວ ຈໍານວນ 9 ສະຫາຍ ຍິງ 2 ສະຫາຍ ແລະ ສະເໜີເຂົ້າເປັນສະມາຊິກພັກສໍາຮອງ ຈໍານວນ 2 ສະຫາຍ.

ທິດທາງແຜນການ ໃນໄຕມາດ II ແມ່ນຈະສຸມໃສ່ກໍ່ສ້າງກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ປະຕິບັດຕາມທິດກໍ່ສ້າງທາງດ້ານການເມືອງ ແລະ ວິຊາສະເພາະດ້ວຍຫຼາຍຮູບການ ເຊັ່ນ: ຈັດບໍາລຸງວິຊາສະເພາະ, ສໍາມະນາ, ປະຖະກະຖາ, ໄປທັດສະນະສຶກສາຖອດຖອນບົດຮຽນຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ມີແບບແຜນທັນສະໄໝເທື່ອລະກ້າວ, ສືບຕໍ່ຊຸກຍູ້ຄະນະກວດກາພັກ ໃຫ້ເພີ່ມທະວີພາລະບົດບາດວຽກງານກວດກາປ້ອງກັນກໍາລັງ, ລົງຕິດຕາມກວດກາການເຄື່ອນໄຫວຂອງຄະນະພັກແຕ່ລະຂັ້ນ ຢ່າງເປັນປົກກະຕິ ແລະ ທົ່ວເຖິງ ເພື່ອເຮັດໃຫ້ຮາກຖານພັກມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ.

ໃນພິທີ ຍັງໄດ້ຜ່ານມະຕິຕົກລົງວ່າດ້ວຍ ການຮັບສະມາຊິກພັກສໍາຮອງ ຂຶ້ນເປັນ ສະມາຊິກພັກສົມບູນ ຈໍານວນ 13 ສະຫາຍ ຍິງ 4 ສະຫາຍ.