ກອງບັນຊາການປ້ອງກັນສູນກາງ ກະຊວງ ປກສ ໄດ້ປະຕິບັດນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕຳຫຼວດຜູ້ທີ່ມີຜົນສຳເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ຈຳນວນ 33 ສະຫາຍ ໂດຍການຈັດຕັ້ງພິທີປະກາດເລື່ອນຊັ້ນ ໃນວັນທີ 9 ມິຖຸນາ 2022, ປະດັບຊັ້ນໂດຍ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ພູນສີ ແດງຈຳປາ ຮອງຫົວໜ້າຫ້ອງການ ກອງບັນຊາການປ້ອງກັນສູນກາງ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດທີ່ຂຶ້ນກັບ ກອງບັນຊາການປ້ອງກັນສູນກາງ, ເຊິ່ງບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ມີ:

  • ພັນຕີ ຂຶ້ນ ພັນໂທ 1 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 11 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 21 ສະຫາຍ

ໂອກາດນີ້, ພົຈວ ສົມພົງ ຂໍາວິລຸນ ຍັງໄດ້ໂອ້ລົມຕໍ່ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃຫ້ເຂົ້າໃຈວ່າ ການໄດ້ຮັບຊັ້ນໃໝ່ທີ່ໃຫຍ່ກວ່າເກົ່າ ຖືວ່າແມ່ນການມອບໝາຍໜ້າທີ່, ມອບໝາຍຄວາມຮັບຜິດຊອບໃຫ້ບັນດາສະຫາຍອີກຂັ້ນໜຶ່ງ; ດັ່ງນັ້ນ, ບັນດາສະຫາຍຈົ່ງສືບຕໍ່ມີຄວາມຮັບຜິດຊອບສູງ ຕັ້ງໜ້າຝຶກຝົນຫຼ່ໍຫຼອມຕົນເອງໃຫ້ມີຄວາມກ້າວໜ້າ, ສືບຕໍ່ປະຕິບັດມະຕິ, ຄຳສັ່ງຂອງຂັ້ນເທິງ, ເປັນແບບຢ່າງທີ່ດີໃນການປະຕິບັດລະບຽບວິໄນຢ່າງເຂັ້ມງວດ ພ້ອມທັງປະຕິບັດໜ້າທີ່ວິຊາສະເພາະ ເພື່ອຮັບປະກັນໃຫ້ເປົ້າໝາຍປ້ອງກັນມີຄວາມປອດໄພ 100%.