ສະຫະພັນຍິງປືນແຫ່ງຊາດລາວ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີສະຫຼຸບຜົນງານ ໃນການສົ່ງນັກກິລາຍິງປືນເຂົ້າຮ່ວມແຂ່ງຂັນກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ໃນວັນທີ 9 ມິ ຖຸນາ 2022 ທີ່ສະໜາມຝຶກຊ້ອມຍິງປືນ 5 ເມສາ, ໂດຍການເຂົ້າຮ່ວມຂອງ ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ກະຊວງ ປກສ, ປະທານສະຫະພັນຍິງປືນແຫ່ງຊາດລາວ, ຜູ້ຕາງໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ຄະນະບໍລິຫານງານສະຫະພັນຍິງປືນແຫ່ງຊາດລາວ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.

ທ່ານ ລໍາພຽງ ພົມມະກອງ ຮອງປະທານສະຫະພັນຍິງປືນແຫ່ງຊາດລາວ ທັງເປັນ ຫົວໜ້າຄະນະນໍາທີມນັກກິລາຍິງປືນທີມຊາດລາວ ໄດ້ລາຍງານໃຫ້ຮູ້ວ່າ:

ໃນການກະກຽມນັກກິລາ ເພື່ອເຂົ້າຮ່ວມແຂ່ງຂັນຄັ້ງນີ້ ເຫັນວ່າມີຄວາມເປັນລະບຽບ ແລະ ເປັນໄປຕາມແຜນທີ່ທາງຄະນະຮັບຜິດຊອບໄດ້ກໍານົດໄວ້ໃນເບື້ອງຕົ້ນ, ໃນເວລາທີ່ຝຶກຊ້ອມຢູ່ສະໜາມຍິງປືນ 5 ເມສາ ນັກກິລາສາມາດເດີນທາງມາຝຶກຊ້ອມໄດ້ຕາມປົກກະຕິ, ມີລູກປືນພຽງພໍສໍາລັບຝຶກແອບ, ສະຖານທີ່ຝຶກແອບ ແມ່ນສະດວກສະບາຍ, ການຝຶກຊ້ອມຢູ່ ສສ ຫວຽດນາມ ກໍມີຄວາມສະດວກ ຍ້ອນສະຫະພັນຍິງປືນ ສສ ຫວຽດນາມ ໃຫ້ການຊ່ວຍເຫຼືອເປັນຢ່າງດີ.

ການເດີນທາງໄປຝຶກຊ້ອມຢູ່ສະໜາມຍິງປືນຂອງ ສສ ຫວຽດນາມ ຄັ້ງນີ້ ເຫັນວ່າມີຜົນດີຕໍ່ນັກກິລາຍິງປືນຂອງລາວເຮົາ ເພາະໄດ້ລົງຍິງໃນສະຖານທີ່ແຂ່ງຂັນຕົວຈິງ ກ່ອນການແຂ່ງຂັນຫຼາຍວັນ ເຮັດໃຫ້ນັກກິລາລຶ້ງເຄີຍສະໜາມ ເຊິ່ງເຮັດໃຫ້ຫຼຸດຜ່ອນຄວາມກົດດັນໃນເວລາລົງແຂ່ງຂັນ, ເບື້ອງເອກະສານເອົາປືນເຂົ້າອອກ ສປປ ລາວ ກໍໄດ້ຮັບການຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງເປັນຢ່າງດີ ແລະ ທັນເວລາທັງຝ່າຍ ສປປ ລາວ ແລະ ສສ ຫວຽດນາມ;

ຜ່ານການເຂົ້າຮ່ວມແຂ່ງຂັນກິລາ, ນັກກິລາຍິງປືນທີມຊາດລາວ ສາມາດຍາດໄດ້ 2 ຫຼຽນທອງ ຈາກປະເພດປືນຍາວເປົ້າເລື່ອນ ທີມຊາຍ ແລະ ທີມຍິງ.

ທິດທາງແຜນການໃນຕໍ່ໜ້າ ຈະສືບຕໍ່ຊອກຫາ ແລະ ຄັດເລືອກນັກກິລາຍິງປືນທີ່ມີພອນສະຫວັນ ຈາກພາກສ່ວນຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງໃຫ້ເປັນນັກກິລາສືບທອດ ແລະ ເຂົ້າຮ່ວມທີມຊາດ, ເຜີຍແຜ່ກົດລະບຽບ, ກະຕິກາກິລາຍິງປືນ, ກົດໝາຍກິລາໃຫ້ນັກກິລາຍິງປືນ, ຄູຝຶກ ແລະ ກໍາມະການຕັດສິນ ເພື່ອເປັນຄວາມຮູ້ ແລະ ນໍາໃຊ້ໄດ້ໃນເວລາເຂົ້າແຂ່ງຂັນຕົວຈິງ, ຄົ້ນຄວ້າຫາແຫຼ່ງທຶນມາຊື້ປືນກິລາ ແລະ ອຸປະກອນທີ່ຈຳເປັນຕ້ອງນໍາໃຊ້ເຂົ້າໃນການແຂ່ງຂັນ ເພາະປືນກິລາ ແລະ ອຸປະກອນທີ່ໃຊ້ຢູ່ໃນປັດຈຸບັນ ແມ່ນໄດ້ນາໍໃຊ້ມາແຕ່ປີ 2008 ເຊິ່ງບາງອັນກໍເກົ່າຫຼາຍແລ້ວ, ພິຈາລະນາສົ່ງນັກກິລາຍິງປືນທີມຊາດ ເຂົ້າຮ່ວມແຂ່ງຂັນຕາມການເຊື້ອເຊີນຂອງສາກົນ ໂດຍສະເພາະ ປືນສັ້ນ, ປືນຍາວ ແລະ ປືນອັດລົມ.

ໃນພິທີ, ກໍຍັງໄດ້ມີການມອບເງິນໃຫ້ນັກກິລາຈໍານວນ 150 ລ້ານກີບ ເພື່ອເປັນການຊຸກຍູ້ໃຫ້ແກ່ນັກກິລາ, ເຊິ່ງມອບໂດຍ ພົຕ ວັນທອງ ກອງມະນີ.

ໂອກາດດຽວກັນນີ້, ພົຕ ວັນທອງ ກອງມະນີ ກໍຍັງໄດ້ໂອ້ລົມຕໍ່ຄະນະພັກ, ຄະນະນໍາ ພ້ອມດ້ວຍນັກກິລາຂອງ ສະຫະພັນຍິງປືນແຫ່ງຊາດ ໂດຍທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນ ແລະ ໄຊຊະນະທີ່ຍາດໄດ້ ໃນການແຂ່ງຂັນກິລາຍິງປືນ ໃນລະດູການຂອງການແຂ່ງຂັນກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນເຈົ້າພາບຄັ້ງນີ້ ແລະ ໄດ້ເນັ້ນໜັກໃຫ້ນັກກິລາຍິງປືນສືບຕໍ່ໃນການຝຶກຝົນຫ່ໍຼຫຼອມຕົນເອງ ໂດຍສະເພາະແມ່ນ ການຝຶກຊ້ອມ ແລະ ຫັດແອບໃຫ້ມີຄວາມສໍານິສໍານານຂຶ້ນຕື່ມ.