ໃນວັນທີ 10 ມິຖຸນາ 2022, ກົມສື່ມວນຊົນ ປກສ ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານວິຊາສະເພາະສື່ມວນຊົນ ປກສ, ເປັນປະທານ ແລະ ມອບໃບຢັ້ງຢືນໂດຍ ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ຜູ້ຊີ້ນໍາວຽກງານສື່ມວນຊົນ ປກສ.

ມີ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ ພ້ອມດ້ວຍຄະນະກົມ, ຫົວໜ້າ-ຮອງພະແນກ, ຄູ-ອາຈານ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ພັທ ສົມຫວັງ ນະວົງສິນ ຫົວໜ້າພະ ນກບໍລິຫານ-ສັງລວມ ກົມສື່ມວນຊົນ ປກສ ກ່າວວ່າ: ຕະຫຼອດໄລຍະຂອງການຝຶກອົບຮົມເຫັນວ່າ ນັກສໍາມະນາກອນທຸກສະຫາຍ ໄດ້ບຸກບືນເອົາໃຈໃສ່ໃນການຄົ້ນຄວ້າຮໍ່າຮຽນ, ປະຕິບັດໂມງເວລາຂຶ້ນຫ້ອງ-ລົງຫ້ອງໄດ້ດີ, ໄດ້ຮຽນຮູ້ບົດຮຽນ ອັນໃໝ່ ແລະ ເຂົ້າ ໃຈຢ່າງເລິກເຊິ່ງທາງດ້ານຫຼັກມູນທິດສະດີ ແລະ ມີຄວາມເປັນເອກະພາບທາງດ້ານຫຼັກການກ່ຽວກັບວຽກງານສື່ມວນຊົນເປັນຢ່າງດີ ທັງນີ້ ກໍຍ້ອນໄດ້ຮັບການນໍາພາ-ຊີ້ນໍາຈາກຄະນະພັກແຕ່ລະຂັ້ນ, ຄວາມເອົາໃຈໃສ່ຂອງຄະນະຮັບຜິດຊອບ, ວິທະຍາກອນ ແລະ ນັກສໍາມະນາກອນທີ່ໄດ້ຮ່ວມແຮງຮ່ວມໃຈກັນ ໂດຍສະເພາະແມ່ນການຖ່າຍທອດຄວາມຮູ້, ປະກອບຄໍາຄິດເຫັນ-ແລກປ່ຽນບົດຮຽນໃນແຕ່ຫົວຂໍ້ ແລະ ວິຊາຕ່າງໆຢ່າງເປັນຂະບວນຟົດຟື້ນ ເຮັດໃຫ້ນັກສໍາມະນາກອນສາມາດຍາດແຍ່ງເອົາຄວາມຮູ້-ຄວາມສາມາດທາງດ້ານວຽກງານສື່ມວນຊົນອີກບາດກ້າວໜຶ່ງໃຫ້ແກ່ຖັນແຖວນັກຂ່າວໃນກໍາລັງ ປກສ.

ໂອກາດດຽວກັນ, ພົຈວ ຄອນສະຫວັນ ສົມພາໄຊ ຍັງໄດ້ມີຄໍາເຫັນຍ້ອງຍໍຊົມເຊີຍຕໍ່ນັກສໍາມະນາກອນທີ່ເອົາໃຈໃສ່ສຶກສາຄົ້ນຄວ້າຕໍ່ຊຸດຝຶກອົບຮົມໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ນັກສໍາມະນາກອນທຸກສະຫາຍນໍາເອົາບົດຮຽນທີ່ຄູ-ອາຈານຖ່າຍທອດໃຫ້ໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ດີຂຶ້ນກວ່າເກົ່າ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ໃຫ້ມີຄວາມຄ່ອງແຄ້ວ-ວ່ອງໄວ ແລະ ຊັດເຈນ ໂດຍສະເພາະແມ່ນ ການຂີດຂຽນຂ່າວ, ການອ່ານ, ການເວົ້າ ແລະ ເຕັກນິກໃນການນໍາໃຊ້ອຸປະກອນສື່ສານໃຫ້ມີຄວາມທັນສະໄໝຂຶ້ນ ເລື້ອຍໆ ແລະ ຮັບປະກັນທັງດ້ານຄຸນນະພາບ-ປະລິມານ.