ເດືອນພຶດສະພາ 2022, ເຈົ້າໜ້າທີ່ ຕໍາຫຼວດຈະລາຈອນ ສາມາດຕິດປ້າຍລົດໃນທົ່ວປະເທດໄດ້ 10.000 ກວ່າຄັນ; ໃນນີ້, ລົດ 2 ລໍ້ 5.900 ກວ່າຄັນ, ລົດ 4 ລໍ້ 3.600 ກວ່າຄັນ.

ພັອ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໃຫ້ຮູ້ວ່າ:

ສະເພາະເດືອນພຶດສະພາ 2022, ເຈົ້າໜ້າທີ່ ຕໍາຫຼວດຈະລາຈອນ ສາມາດຂຶ້ນແຜນຜະລິດປ້າຍລົດທົ່ວປະເທດ ໄດ້ທັງໝົດ 1.863 ຄັນ; ໃນນີ້, ລົດ 2 ລໍ້ 454 ຄັນ, ລົດ 4 ລໍ້ 715 ຄັນ, ລົດ 6 ລໍ້ 694 ຄັນ.

ຂຶ້ນແຜນຜະລິດປ້າຍເພີ່ມ 1.534 ຄັນ, ຂຶ້ນແຜນປ້າຍເປ່ເພ 72 ຄັນ, ປ້າຍຂ້າມ 178 ຄັນ (ນະຄອນຫຼວງວຽງຈັນ 85 ຄັນ), ປ້າຍຕົກເຮ່ຍທົ່ວປະເທດ 74 ຄັນ (ນະຄອນຫຼວງວຽງຈັນ 50 ຄັນ), ປ້າຍອົງການຈັດຕັ້ງສາກົນ 4 ຄັນ ແລະ ປ້າຍທົດແທນ 1 ຄັນ.

ຜ່ານການຂຶ້ນແຜນຜະລິດປ້າຍ, ເຈົ້າໜ້າທີ່ ສາມາດບໍລິການຕິດປ້າຍລົດໃນທົ່ວປະເທດ ໄດ້ທັງໝົດ 10.403 ຄັນ; ໃນນີ້, ລົດ 2 ລໍ້ 5.982 ຄັນ, ລົດ 4 ລໍ້ 3.682 ຄັນ, ລົດ 6 ລໍ້ 737 ຄັນ ແລະ ລົດ 3 ລໍ້ 2 ຄັນ.

+ ສະເພາະແຂວງທີ່ຕິດປ້າຍໄດ້ຫຼາຍກວ່າໝູ່ ປະກອບມີ:

  • ນະຄອນຫຼວງວຽງຈັນ ຕິດປ້າຍລົດໄດ້ທັງໝົດ 4.961 ຄັນ
  • ຈໍາປາສັກ 840 ຄັນ
  • ຫຼວງພະບາງ 830 ຄັນ
  • ໄຊຍະບູລີ 678 ຄັນ
  • ສະຫວັນນະເຂດ 593 ຄັນ
  • ຄໍາມ່ວນ 561ຄັນ
  • ຫຼວງນໍ້າທາ 513 ຄັນ