ເຈົ້າໜ້າທີ່ ກອງຕຳຫຼວດຈະລາຈອນ ສົມທົບກັບ ເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ  ເຜີຍແຜ່ກົດໝາຍຈະລາຈອນທາງບົກ ແລະ ວຽກງາານຕ້ານສະກັດກັ້ນອັກຄີໄພໃຫ້ກຳລັງປ້ອງກັນຊາດ ແຂວງໄຊຍະບູລີ, ນຳພາໂດຍ ພັຕ ພິລະໄຊ ສຸກຕະກຸນວົງ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ຫ້ອງຕຳຫຼວດ ປກສ ແຂວງ, ມີເຈົ້າໜ້າທີ່ກ່ຽວຂ້ອງ ພ້ອມດ້ວຍນາຍ ແລະ ພົນທະຫານ ເຂົ້າຮ່ວມຮັບຟັງເກືອບ 600 ກວ່າສະຫາຍ.

ການລົງໂຄສະນາເຜີຍແຜ່ກົດໝາຍຈະລາຈອນທາງບົກ ແລະ ວຽກງານຕ້ານສະກັດກັ້ນອັກຄີໄພ ຄັ້ງນີ້ ເຈົ້າໜ້າທີ່ໄດ້ກຳນົດເອົາ 4 ຈຸດ ຄື: ກອງຮ້ອຍ 23, ໂຮງຮຽນປາກແມດ, ກອງພັນ 609, ກອງພັນ 419 ແລະ ກອງຮ້ອຍ 21, ໂດຍເລີ່ມແຕ່ໄລຍະທ້າຍເດືອນພຶດສະພາ – ຕົ້ນເດືອນມິຖຸນາ 2022.

ການລົງເຄື່ອນໄຫວແຕ່ລະຈຸດ, ຄະນະຮບຜີດຊອບ ໄດ້ນຳເອົາດຳລັດເລກທີ 615 ຂອງລັດຖະບານ ລົງວັນທີ 9 ທັນວາ 2020 ວ່າດ້ວຍ ກົດໝາຍຈະລາຈອນທາງບົກ, ອະທິບາຍປ້າຍສັນຍານຈະລາຈອນ ແລະ ສາລະບານການເດີນລົດ, ນຳສະເໜີຮູບພາບ ແລະ ສາຍວິດີໂອວົງຈອນປິດກ່ຽວກັບ ການເກີດອຸບັດຕິເຫດຕາມທ້ອງຖະໜົນ ພ້ອມທັງຍົກໃຫ້ເຫັນສະພາບການເກີດອັກຄີໄພ, ວິທີປ້ອງກັນ ແລະ ຂໍ້ຄວນເອົາໃຈໃສ່ ໃນເມື່ອມີເຫດການອັກຄີໄພເກີດຂື້ນ.

ຈຸດປະສົງການລົງມາເຜີຍແຜ່ກົດລະບຽບການສັນຈອນໃນຄັ້ງນີ້ ກໍເພື່ອເປັນການປູກຈິດສຳນຶກໃຫ້ນາຍ ແລະ ພົນທະຫານ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບກັບກົດລະບຽບຈະລາຈອນ, ຜົນຮ້າຍຂອງການເກີດອຸບັດຕິເຫດຕາມທ້ອງຖະໜົນ, ຜົນຮ້າຍຂອງອັກຄີໄພ ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດເຂົ້າໃນຊີວິດປະຈຳວັນ ໃນການໃຊ້ລົດໃຊ້ຖະໜົນ, ການມີສ່ວນຮ່ວມກັບເຈົ້າໜ້າທີ່ ໃນການສະກັດກັ້ນບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ໂດຍສະເພາະແມ່ນ ບັນຫາຢາເສບຕິດ, ບັນຫາຂີ້ລັກງັດແງະ ແລະ ບັນຫາອື່ນໆ ເພື່ອຮັກສາໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນກົມກອງຂອງຕົນ ແລະ ໃນສັງຄົມ.