ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເປັນວຽກງານໜຶ່ງທີ່ມີຄວາມຈຳປັນທີ່ຈະຕ້ອງສຸມໃສ່ແກ້ໄຂ ໂດຍສະເພາະກໍແມ່ນ ເຈົ້າໜ້າທີ່ກໍາລັງປ້ອງກັນຄວາມສະຫງົບ ຜູ້ທີ່ກ່ຽວຂ້ອງ ແລະ ຖືກມອບໝາຍໜ້າທີ່ຮັບຜິດຊອບໃນແຕ່ລະຂັ້ນ ຕ້ອງເປັນເຈົ້າການຢ່າງຕັ້ງໜ້າ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃຫ້ຫຼຸດໜ້ອຍຖອຍລົງຫຼາຍເທົ່າທີ່ຄວນ; ເຊັ່ນດຽວກັນກັບ, ກອງບັນຊາການ ປກສ ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາບັນດາສະມາຊິກຈັດຕັ້ງປະຕິບັດວາລະດັ່ງກ່າວ ເຮັດໃຫ້ສາມາດມ້າງຄະດີໄດ້ຈໍານວນໜຶ່ງ ພ້ອມທັງຢຶດຂອງກາງໄດ້ຫຼາຍສົມຄວນ.

ພັທ ຮຽມ ໄຊຍະລາດ ຫົວໜ້າກອງບັນຊາການ ປກສ ເມືອງລະມາມ ກ່າວໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນວັນທີ 19 ພຶດສະພາ 2022 ວ່າ:

ພາຍຫຼັງທີ່ໄດ້ນໍາກໍາລັງວິຊາສະເພາະ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນຂອບເຂດທົ່ວເມືອງລະມາມໃນໄລຍະຜ່ານມາ ສາມາດເກັບກໍາໄດ້ຈຸດພິເສດ ແລະ ຂໍ້ຫຍຸ້ງຍາກ ຄື: ເມືອງລະມາມ ປະກອບມີ 45 ບ້ານ, ມີ 6.692 ຫຼັງຄາເຮືອນ, ມີ 7.498 ຄອບຄົວ ແລະ ມີພົນລະເມືອງ 41.512 ຄົນ ຍິງ 20.638 ຄົນ.

ໃນນັ້ນ, ມີບ້ານທີ່ໄດ້ຮັບຜົນກະທົບຈາກບັນຫາຢາເສບຕິດຫຼາຍສົມຄວນ ເນື່ອງຈາກວ່າມີເສັ້ນທາງເຊື່ອມໂຍງກັນ ຄື: ແຂວງອັດຕະປື, ເມືອງດາກຈຶງ, ເມືອງກະລຶມ ແລະ ເມືອງທ່າແຕງ.

ສະນັ້ນ, ມັນໄດ້ເຮັດໃຫ້ພວກກຸ່ມຄົນບໍ່ດີຈຳນວນໜຶ່ງ ລັກລອບນຳເອົາຢາເສບຕິດມາຄ້າ-ຂາຍ ແລະ ຈຳໜ່າຍໃຫ້ກຸ່ມໄວລຸ້ນ, ນັກຮຽນຮູ້, ນັກສຶກສາ, ກຳມະກອນ, ລູກຈ້າງ, ພະນັກງານ ຕາມສະຖາບັນການສຶກສາອື່ນໆ, ຈຶ່ງພາໃຫ້ກຸ່ມຄົນເຫຼົ່ານັ້ນຕົກເປັນທາດຂອງສິ່ງເສບຕິດ ແລະ ກໍໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນແມ່ນ: ຂີ້ລັກ, ງັດແງະ, ປຸ້ນຈີ້ຊິງຊັບ, ໂສເພນີ, ທຳຮ້າຍຮ່າງກາຍ, ຂົ່ມຂືນ, ຄາດຕະກຳ ແລະ ແຂ່ງລົດຕາມທ້ອງຖະໜົນຫົນທາງ ກໍໃຫ້ເກີດມີອຸບັດຕິເຫດ, ສັງຄົມວຸ້ນວາຍ, ບໍ່ມີຄວາມສະຫງົບສຸກ ແລະ ບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ນອກນັ້ນ, ຍັງເຮັດໃຫ້ພໍ່-ແມ່ ແລະ ຍາດຕິພີ່ນ້ອງ ຫຼື ສະມາຊິກໃນຄອບຄົວບໍ່ມີຄວາມສະຫງົບສຸກ, ມີຄວາມວຸ້ນວາຍ-ແຕກແຍກ, ບໍ່ມີຄວາມສາມັກຄີ, ພາໃຫ້ເສຍຊື່ສຽງຄອບຄົວ ແລະ ວົງຕະກູນ; ເຊິ່ງບັນຫາດັ່ງກ່າວ ໄດ້ກາຍເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ປະເທດຊາດ.

ຄຽງຄູ່ດຽວກັນ, ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງລະມາມ ຍັງສາມາດມ້າງຄະດີຄ້າ-ຂາຍຢາເສບຕິດ ໄດ້ຈໍານວນ 10 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 17 ຄົນ; ໃນນັ້ນ, ຜູ້ຖືກຫາຄ້າ-ຂາຍຢາເສບຕິດ 10 ຄົນ ແລະ ຜູ້ເສບຢາເສບຕິດ 7 ຄົນ.

ຈາກຄະດີດັ່ງກ່າວ ສາມາດຢຶດຂອງກາງຄະດີປະເພດຢາບ້າ ໄດ້ 28.119 ເມັດ, ໂທລະສັບ 9 ໜ່ວຍ, ໝໍ້ໄຟ 1 ໜ່ວຍ, ປືນແກັບ 1 ກະບອກ, ລົດຈັກ 3 ຄັນ, ເງິນສົດ 800.000 ກີບ ແລະ ໄດ້ເກັບກຳຂໍ້ມູນຄອບຄົວປອດຢາເສບຕິດ ໄດ້ 2 ບ້ານ ມີ 506 ຄອບຄົວ.

ສະນັ້ນ, ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຢາເສບຕິດ ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ ແລະ ຮັບປະກັນໃຫ້ບັນຫາດັ່ງກ່າວບໍ່ໃຫ້ເກີດມີປະກົດການຫຍໍ້ທໍ້ ຈຶ່ງຮຽກຮ້ອງໃຫ້ທຸກພາກສ່ວນ, ທຸກອົງການຈັດຕັ້ງ ຈົ່ງພ້ອມກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍວຽກງານນີ້ຢູ່ໃນກົມກອງ, ໂຮງຮຽນ, ຮາກຖານບ້ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ສາມາດພັດທະນາເສດຖະກິດ-ສັງຄົມ ໃຫ້ຮຸ່ງເຮືອງສີວິໄລເປັນກ້າວໆ.