ໃນວັນທີ 7 ມິຖຸນາ ຜ່ານມາ, ຢູ່ທີ່ໂຮງແຮມດາວຮຸ່ງ ແຂວງສະຫວັນນະເຂດ ສປປ ລາວ ໄດ້ມີກອງປະຊຸມແລກປ່ຽນສະພາບ ປະຈຳປີ 2022 ລະຫວ່າງ ຄະນະຜູ້ແທນ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ແລະ ຄະນະຜູ້ແທນ ກອງບັນຊາການຕຳຫຼວດ-ກອງບັນຊາການທະຫານ ຊາຍແດນ ແຂວງກວາງຈິ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍມີ ພັອ ສົມໝາຍ ພົມມະຈັນ ຫົວກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພັອ ຫວງນວັນແທງ ຫົວໜ້າກອງບັນຊາການຕຳຫຼວດ, ພັອ ເລວັນເຟຶອງ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ແລະ ພະນັກງານກຽ່ວຂ້ອງສອງຝ່າຍ ເຂົ້າຮ່ວມ.

ໃນວາລະກອງປະຊຸມ, ຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນຂຶ້ນລາຍງານສະພາບການຕ່າງໆຂອງແຂວງ ໂດຍສະເພາະແມ່ນ ສະພາບການເມືອງ, ສະພາບເສດຖະກິດ, ບັນຫາຢາເສບຕິດ, ຄ້າຂາຍເຖື່ອນອື່ນໆ ແລະ ບັນຫາຊາຍແດນທີ່ໄດ້ສົ່ງຜົນກະທົບຕໍ່ສອງປະເທດ ເວົ້າລວມ, ເວົ້າສະເພາະ ສອງແຂວງ ຄື: ແຂວງສະຫວັນະເຂດ-ແຂວງກວາງຈິ ເປັນຕົ້ນແມ່ນ ກົນອຸບາຍການເຄື່ອນໄຫວຂອງບັນດາເປົ້າໝາຍກຸ່ມຄົນບໍ່ດີ ແລະ ຜູ້ກໍ່ການຮ້າຍ ເພື່ອພ້ອມກັນຄົ້ນຄວ້າຕີລາຄາຫາວິທີແກ້ໄຂບັນຫາກົນອຸບາຍ ແລະ ຮູບການເຄື່ອນໄຫວຂອງບັນດາອິດທິກຳລັງປໍລະປັກທີ່ມີຕໍ່ລາວ ແລະ ຫວຽດນາມ.

ກອງປະຊຸມຄັ້ງນີ້, ຜູ້ແທນສອງຝ່າຍ ຍັງໄດ້ເຫັນດີໃນການສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນ, ປະສານສົມທົບແລກປ່ຽນຂໍ້ມູນຂ່າວສານ, ຜັນຂະຫຍາຍການຮ່ວມມືສະກັດກັ້ນ ແລະ ຕ້ານຢາເສບຕິດ, ເພີ່ມທະວີສືກສາອົບຮົມການຄຸ້ມຄອງພົນລະເມືອງ ຢູ່ລຽບຕາມຊາຍແດນໃຫ້ຕື່ນຕົວເຄົາລົບກົດໝາຍ ແລະ ຮີດຄອງປະເພນີຂອງແຕ່ລະປະເທດ, ປະຕິບັດການເຂົ້າອອກເມືອງ ໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ ເພື່ອແນ່ໃສ່ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ເຮັດໃຫ້ ແຂວງສະຫວັນະເຂດ-ແຂວງກວາງຈິ ເປັນຊາຍແດນແຫ່ງສັນຕິພາບ-ມິດຕະພາບ ແລະ ພ້ອມກັນຮັກສາຄວາມສະຫງົບໃຫ້ກ້າວຂຶ້ນ.

ພ້ອມກັນນີ້, ຄະນະຜູ້ແທນທັງສອງຝ່າຍ ກໍໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຈຳ ປະຈຳປີ 2022-2023 ເພື່ອສ້າງສາຍພົວພັນອັນເລິກເຊິ່ງລະຫວ່າງສອງຊາດ ລາວ-ຫວຽດນາມ, ເວົ້າສະເພາະ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ກັບ ກອງບັນຊາການຕຳຫຼວດ ແລະ ກອງບັນຊາການທະຫານຊາຍແດນ ແຂວງກວາງຈິ ໃຫ້ນັບມື້ເພີ່ມທະວີຄວາມສາມັກຄີ ແລະ ໝັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.