ໃນວັນທີ 13 ມິຖຸນາ 2022, ມື້ທໍາອິດຂອງການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາທາງດ້ານເສດຖະກິດມະຫາພາກຂອງປະເທດ ໃນໄລຍະ 6 ເດືອນຕົ້ນປີ 2022 ໂດຍຍົກໃຫ້ເຫັນວ່າ: ລວມຍອດຜະລິດຕະພັນພາຍໃນ GDP ໄດ້ຂະຫຍາຍຕົວລະດັບ 4,3%, ມູນຄ່າເທົ່າກັບ 95.212 ຕື້ກີບ ເທົ່າກັບ 49,6 ຂອງແຜນການ ໂດຍຂະ ແໜງການທີ່ຊຸກຍູ້ໃຫ້ເສດຖະກິດຂະຫຍາຍຕົ້ນຕໍແມ່ນຂະແໜງກະ ສິກໍາ-ປ່າໄມ້, ການບໍລິການ, ພາສີ-ອາກອນ ແລະອື່ນໆ.

ທ່ານ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຊີ້ ໃຫ້ເຫັນວ່າ: ການຈັດເກັບລາຍຮັບໄດ້ທັງໝົດ 10.633,89 ຕື້ກີບ ເທົ່າກັບ 33,66% ເພີ່ມຂຶ້ນ 23,7% ເທົ່າກັບ 2.037,36 ຕື້ກີບ ແລະ ລາຍຈ່າຍທັງໝົດປະຕິບັດໄດ້ 8.849,47 ຕື້ກີບ ເທົ່າກັບ 27,24% ຂອງແຜນການ. ສ່ວນດ້ານເງິນຕາເຫັນວ່າປະລິມານເງິນ M2 ສືບຕໍ່ຂະຫຍາຍຕົວໃນລະດັບ 18,39% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ອັດຕາແລກປ່ຽນທຽບໃສ່ທ້າຍປີ 2021 ເງິນກີບທຽບໂດລາ ອ່ອນຄ່າ 7,78% ແລະ ທຽບເງິນບາດອ່ອນຄ່າ 8, 43%. ຂະນະທີ່ສ່ວນຕ່າງລະຫວ່າງອັດຕາແລກປ່ຽນຂອງທະ ນາຄານ ແລະ ຕະຫຼາດນອກລະບົບສະເລ່ຍຢູ່ໃນລະດັບ 9, 01%, ອັດຕາເງິນເຟີ້ສະເລ່ຍ 5 ເດືອນ ຢູ່ໃນລະດັບ 9%, ຄັງສໍາຮອງເງິນຕາຕ່າງປະເທດຮອດທ້າຍເດືອນພຶດສະພາ ສາມາດກຸ້ມການນໍາເຂົ້າໄດ້ 4,17 ເດືອນ, ຍອດສິນເຊື່ອຂອງຂະແໜງທະນາຄານທຸລະກິດກວມເອົາ 54,85% ຂອງ GDP ແລະ ອັດຕາສ່ວນໜີ້ບໍ່ ເກີດດອກອອກຜົນຂອງທະນາຄານທຸລະກິດ NPLs ຢູ່ໃນລະດັບ 2,22%.

ທ່ານລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ ກ່າວຕື່ມວ່າ: ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນໄລ ຍະ 6 ເດືອນຕົ້ນປີ 2022 ພົບ ວ່າມີຫຼາຍບັນຫາຫຍຸ້ງຍາກ ແລະ ທ້າທາຍໜັກໜ່ວງສົມຄວນ, ຍ້ອນ ສະພາບການຂອງໂລກ ແລະ ພາກ ພື້ນມີການປ່ຽນແປງໄປຢ່າງສັບ ສົນ. ແນວໃດກໍຕາມ, ໃນຕອນ ທ້າຍຂອງການລາຍງານທ່ານລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ສະເໜີຕໍ່ທີ່ປະຊຸມ ພິຈາລະນາດັດແກ້ຄາດໝາຍດ້ານ ເງິນຕາຈໍານວນໜຶ່ງ ຂອງແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022, ຫຼັງຈາກເຫັນວ່າ ຄາດໝາຍດ້ານເງິນຕາອາດບໍ່ປະຕິບັດໄດ້ຕາມຄາດໝາຍລັດຖະບານວາງໄວ້.