ນະຄອນຫຼວງວຽງຈັນ (ນວ) ແມ່ນເມືອງເອກຂອງລາວ ເປັນສູນກາງທາງດ້ານການເມືອງ, ເສດຖະກິດ, ການຄ້າ-ການລົງທຶນ ແລະອື່ນໆ ທັງເປັນບ່ອນເຕົ້າໂຮມຂອງປວງຊົນລາວ ແລະ ຄົນຕ່າງດ້າວຊາວຕ່າງປະເທດທີ່ຫຼັ່ງໄຫຼກັນເຂົ້າມາອາໃສຢູ່ ເພື່ອທໍາມາຫາກິນ; ແຕ່ພາຍຫຼັງເຂົ້າມາດໍາລົງຊີວິດຢູ່ ນວ ແລ້ວ ມີຄົນຕ່າງດ້າວຈໍານວນໜຶ່ງກະທໍາຜິດ ດ້ວຍການລະເມີດລະບຽບກົດໝາຍຂອງ ສປປ ລາວ ວາງອອກ ດ້ວຍຫຼາຍວິທີການທີ່ແຕກຕ່າງກັນໄປ ສ້າງຄວາມບໍ່ສະຫງົບສຸກ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມເປັນວົງກວ້າງ.

ຕໍ່ກັບບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍສະເພາະແມ່ນເຈົ້າໜ້າທີ່ກໍ່ສ້າງຮາກຖານການເມືອງຢູ່ ນວ ພົບຄວາມຫຍຸ້ງຍາກໃນການຄຸ້ມຄອງ, ກວດກາ ແລະ ແກ້ໄຂຄົນຕ່າງປະເທດທີ່ລະເມີດລະບຽບກົດໝາຍຢູ່ ນວ.

+ ຄະນະຮັບຜິດຊອບຊີ້ນໍາກໍ່ສ້າງຮາກຖານ ກະຊວງ ປກສ ໃຫ້ຮູ້ວ່າ:

ຕາມການລົງເກັບກໍາສະຖິຕິພົນລະເມືອງ ຢູ່ນະຄອນຫຼວງວຽງຈັນ ໃນປີ 2021 ຜ່ານມາ ຂອງເຈົ້າໜ້າທີ່ຕໍາຫຼວດ ມີຄົນຕ່າງດ້າວອາໃສຢູ່ນະຄອນຫຼວງວຽງຈັນ ທັງໝົດ 1.128 ຄອບຄົວ ມີຈຳນວນ 2.486 ຄົນ ຍິງ 1.202 ຄົນ; ໃນນີ້, ສາມາດດໍາເນີນມາດຕະການຕໍ່ຄົນຕ່າງປະເທດທີ່ເຄື່ອນໄຫວລະເມີດລະບຽບກົດໝາຍ ທັງໝົດຈໍານວນ 347 ຍິງ 83 ຄົນ ມີ 14 ສັນຊາດ, ກັກຕົວມາດຳເນີນຄະດີ ຈໍານວນ 244 ຄົນ ຍິງ 36 ຄົນ ມີ 10 ສັນຊາດ ເຊິ່ງລະເມີດລະບຽບກົດໝາຍຕ່າງໆ 15 ກໍລະນີ ຄື:

  • ລະເມີດດຳລັດ 184/ນຍ
  • ກໍ່ອາຊະຍາກຳທາງໂທລະຄົມ
  • ການສໍ້ໂກງຊັບ (ເງິນແຮງງານ)
  • ທຳລາຍຊັບພົນລະເມືອງ
  • ທຳຮ້າຍຮ່າງກາຍ
  • ບຸກລຸກເຄຫາສະຖານ
  • ລັກປະກອບອາຊີບ
  • ເຈດຕະນາລັກລີ້ຊ່ອນ
  • ເຂົ້າເມືອງຜິດກົດໝາຍ
  • ມົ້ວສຸມເສບຢາເສບຕິດ
  • ຫຼິ້ນການພະນັນຕ້ອງຫ້າມ
  • ບໍ່ເຂົ້າ-ອອກຕາມດ່ານທີ່ທາງການກຳນົດ
  • ຢູ່ລາວເກີນກໍານົດທີ່ທາງການອານຸຍາດ
  • ການລະເມີດສັນຍາ
  • ລະເມີດກົດໝາຍສື່ມວນຊົນ

ຈາກການລະເມີດລະບຽບກົດໝາຍດັ່ງກ່າວຂອງຄົນຕ່າງດ້າວ ໃນໄລຍະຜ່ານມາ, ເຈົ້າໜ້າທີ່ ໄດ້ນຳໃຊ້ມາດຕະການປັບໃໝ, ສຶກສາອົບຮົມ ແລະ ແນະນຳໃຫ້ກັບປະເທດຕໍ່ຄົນຕ່າງປະເທດທີ່ລະເມີດລະບຽບກົດໝາຍ ຈໍານວນ 332 ຄົນ ຍິງ 133 ຄົນ ມີ 14 ສັນຊາດ (ໃນນີ້ ລວມທັງແກ້ໄຂໜັງສືຜ່ານແດນທີຄ້າງຜ່ານມາ); ສຶກສາອົບຮົມຫົວໜ່ວຍທຸລະກິດທ່ອງທ່ຽວ 139 ບໍລິສັດ, ຊ່ວງໄລຍະປ້ອງກັນການແຜ່ລະບາດຂອງພະຍາດ Covid-19 ໃຫ້ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນເຂັ້ມງວດ.

ໄລຍະຜ່ານມາ, ເຫັນໄດ້ວ່າ ວຽກງານຄຸ້ມຄອງ, ກວດກາ, ແກ້ໄຂຄົນຕ່າງປະເທດລະເມີດລະບຽບກົດໝາຍ ຢູ່ນະຄອນຫຼວງວງຽງຈັນ ຂອງເຈົ້າໜ້າທີ່ຕໍາຫຼວດ ຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງ; ສະນັ້ນ, ເພື່ອແກ້ໄຂໃຫ້ຖືກວິທີ ແລະ ເພື່ອຄວາມສະດວກໃນການຄຸ້ມຄອງ ຄວນເພີ່ມທະວີການກວດກາ-ແກ້ໄຂຕໍ່ຄົນຕ່າງປະເທດທີ່ລະເມີດກົດໝາຍ-ລະບຽບການຢ່າງເຂັ້ມງວດ ໂດຍມີການຊີ້ນຳບັນຊາຢ່າງລວມສູນ, ມີການສ້າງຖານຂໍ້ມູນ ເພື່ອຄຸ້ມຄອງຄົນຕ່າງປະເທດໃຫ້ເຂົ້າສູ່ລະບົບ; ດຳເນີນການຝຶກອົບຮົມວຽກງານວິຊາສະເພາະຄຸ້ມຄອງຄົນຕ່າງປະເທດ ໃຫ້ແກ່ພະນັກງານທີ່ເຮັດໜ້າທີ່ຄຸ້ມຄອງຄົນຕ່າງປະເທດ ແລະ ກໍາລັງ ປກສ ກຸ່ມບ້ານ ເພື່ອສ້າງຄວາມເປັນເອກະພາບທາງດ້ານຫຼັກການ, ເນື້ອໃນ ແລະ ວິທີການຈັດຕັ້ງປະຕິບັດຕົວຈິງ.

ພ້ອມນັ້ນ, ກໍຕ້ອງມີການໂຄສະນາເຜີຍແຜ່ບັນດານິຕິກຳທີ່ກ່ຽວຂ້ອງເຖິງວຽກງານາຄົນຕ່າງປະເທດ ໃຫ້ເລິກເຊິ່ງ, ກວ້າງຂວາງ ເພື່ອປຸກລະດົມໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ຈັດຕັ້ງປະຕິບັດລະບຽບກົດໝາຍດັ່ງກ່າວ ຢ່າງເຂັ້ມງວດ; ພ້ອມທັງເພີ່ມທະວີການປະສານສົມທົບກັບ ຂະແໜງການທີ່ກ່ຽວຂ້ອງ ເພື່ອຄຸ້ມຄອງ, ກວດກາ ແລະ  ແກ້ໄຂຕໍ່ຄົນຕ່າງປະເທດທີ່ລະເມີດລະບຽບກົດໝາຍຂອງ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບຫຼັກການ.

ແນວໃດກໍຕາມ, ພະນັກງານກໍ່ສ້າງຮາກຖານການເມືອງ ຢູ່ ນວ ທີ່ເຮັດວຽກຕົວຈິງກ່ຽວກັບ ການຄຸ້ມຄອງກວດກາແກ້ໄຂຄົນຕ່າງປະເທດລະເມີດລະບຽບກົດໝາຍ ຢູ່ ນວ ຄວນເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ ໃນການເຄື່ອນໄຫວວຽກງານວິຊາສະເພາະຂອງຕົນ ໃຫ້ມີຄຸນນະພາບສູງ ໃຫ້ສົມຄູ່ກັບສະພາບຄວາມເປັນຈິງ; ທີ່ສໍາຄັນແມ່ນຄວນຮັບຮູ້, ເຂົ້າໃຈ ແລະ ພ້ອມກັນຫັນເອົາມະຕິ, ຄໍາສັ່ງຂອງຄະນະພັກຂັ້ນຕ່າງໆວາງອອກ, ບັນດາຄາດໝາຍມາເປັນກິດຈະກໍາ ໃນການເຄື່ອນໄຫວວຽກງານຂອງຕົນໃຫ້ມີຄວາມລະອຽດ ພ້ອມທັງສຸມທຸກກໍາລັງແຮງເຂົ້າໃນການກວດກາຄຸ້ມຄອງ ແລະ ແກ້ໄຂຄົນຕ່າງປະເທດທີ່ລະເມີດລະບຽບກົດໝາຍ ເພື່ອຮັບປະກັນບໍ່ໃຫ້ຄົນຕ່າງປະເທດ ເຄື່ອນໄຫວລະເມີດລະບຽບກົດໝາຍ ຢູ່ ນວ.