ການລາຍງານໂດຍສັງເຂບ ກ່ຽວກັບສະພາບພົ້ນເດັ່ນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ 2022 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ໃນວັນທີ 13 ມິຖຸນາ ຜ່ານມາ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ເຜີຍໃຫ້ຮູ້​ເຖິງສາເຫດທີ່ເກີດມີຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດບັນດາແຜນດັ່ງກ່າວຂອງລັດຖະບານ ໃນໄລຍະ 6 ເດືອນຜ່ານມາ.

ທ່ານນາຍົກລັດຖະມົນຕີ ກ່າວວ່າ: ການຈັດຕັ້ງປະຕິບັດບັນດາແຜນດັ່ງກ່າວ ຂອງລັດຖະບານ ໃນໄລຍະ 6 ເດືອນຜ່ານມາ ແມ່ນປະເຊີນກັບສິ່ງທ້າທາຍຫຼາຍດ້ານທີ່ເປັນຈຸດອ່ອນ ແລະ ຂໍ້ຄົງຄ້າງ ຄື:

1) ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ 2 ວາລະແຫ່ງຊາດ ທີ່ລັດຖະບານໄດ້ຕົກລົງແລ້ວ ໃຫ້ເປັນຮູບປະທຳ ຢູ່ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງຊັກຊ້າ, ການຊີ້ນໍາ-ບັນຊາ ຂອງບາງຂະແໜງການ ແລະ ທ້ອງຖິ່ນ ຍັງບໍ່ທັນເດັດຂາດ ແລະ ເຂັ້ມງວດ, ຄວາມສະດຸ້ງໄວຕໍ່ຜົນກະທົບຂອງພາຍນອກ ແລະ ການອອກມາດຕະການແກ້ໄຂ ຍັງບໍ່ທັນການ.

2) ການເພີ່ມຂຶ້ນຂອງອັດຕາເງິນເຟີ້ໃນໄລຍະ 6 ເດືອນຕົ້ນປີ 2022 ມີຈັງຫວະກ້າວກະໂດດ (ອັດຕາເງິນເຟີ້ ໃນເດືອນພຶດສະພາ ສູງເຖິງ 12,8%), ເຊິ່ງມີສາເຫດຕົ້ນຕໍມາຈາກການປັ່ນປ່ວນດ້ານເສດຖະກິດທົ່ວໂລກ. ໃນນັ້ນ, ການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ, ລາຄາສະບຽງອາຫານ ແລະ ເງິນເຟີ້ ໄດ້ກະທົບແຮງ ເຮັດໃຫ້ສະກຸນເງິນກີບອ່ອນຄ່າ ເມື່ອທຽບກັບສະກຸນເງິນຕ່າງປະເທດ ເຊັ່ນ: ເງິນໂດລາ ແລະ ເງິນບາດໄທ. ດັ່ງນັ້ນ, ຈຶ່ງເຮັດໃຫ້ສະຖຽນລະພາບດ້ານເສດຖະກິດມະຫາພາກຂອງປະເທດເຮົາທີ່ບອບບາງຢູ່ແລ້ວ ຍັງສືບຕໍ່ມີຄວາມບອບບາງຕື່ມອີກ, ເຊິ່ງອາດສົ່ງຜົນກະທົບຕໍ່ການຂະຫຍາຍຕົວເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໝົດປີ 2022 ແລະ ອາດເຮັດໃຫ້ຕົວເລກຄາດໝາຍດ້ານມະຫາພາກ ອາດບໍ່ບັນລຸໄດ້ຕາມຄາດໝາຍທີ່ໄດ້ກຳນົດໄວ້.

3) ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຍັງບໍ່ທັນເຂົ້າສູ່ລວງເລິກ, ຫຼາຍຂະແໜງການທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນຊຸກຍູ້ຂອດການຈັດຕັ້ງຜັນຂະຫຍາຍໄປສູ່ຕົວຈິງຢ່າງເປັນຮູບປະທຳ ໂດຍສະເພາະການເລັ່ງປັບປຸງຂອດຂັ້ນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນ, ກົນໄກການຄຸ້ມຄອງ, ປະສານງານ ແລະ ບໍລິຫານພາກລັດ ຍັງບໍ່ທັນມີປະສິດທິຜົນເທົ່າທີ່ຄວນ. ນອກນັ້ນ, ການຈັດຕັ້ງປະຕິບັດບາງຄຳສັ່ງ ແລະ ນິຕິກຳທີ່ ນອນຢູ່ໃນຈຸດສຸມຂອງວາລະແຫ່ງຊາດ ຍັງບໍ່ທັນມີຄວາມຄືບໜ້າເທົ່າທີ່ຄວນ ເປັນຕົ້ນການຂະຫຍາຍຖານລາຍຮັບງົບປະມານ, ການປະຕິບັດດໍາລັດວ່າດ້ວຍລົດບໍລິຫານ ແລະ ລົດປະຈໍາຕໍາແໜ່ງ, ປະສິດທິຜົນຂອງການລົງທຶນ, ການຄຸ້ມຄອງເງິນຕາຕ່າງປະເທດ, ການຄຸ້ມຄອງລາຄາສິນຄ້າ ລວມທັງລາຄານໍ້າມັນເຊື້ອໄຟ, ການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະອື່ນໆ.

4) ການແກ້ໄຂໜີ້ສິນສາທາລະນະ ຍັງສືບຕໍ່ເປັນສິ່ງທ້າທາຍໃນຕໍ່ໜ້າ ໂດຍສະເພາະການຊໍາລະຫຼັງໄລຍະການຜ່ອນຜັນ. ການປະຕິຮູບ ແລະ ແກ້ໄຂໜີ້ສິນຂອງບັນດາລັດວິສາຫະກິດ ຍັງມີຄວາມຄືບໜ້າຊັກຊ້າ ແລະ ກວມເອົາພຽງແຕ່ຈຳນວນໜ້ອຍ.

5) ບັນຫາການວ່າງງານ ເນື່ອງຈາກຜົນກະທົບຂອງການລະບາດພະຍາດໂຄວິດ-19 ແລະ ຜົນກະທົບຈາກສະພາບຄວາມບໍ່ແນ່ນອນຂອງເສດຖະກິດໂລກ ຍັງບໍ່ທັນໄດ້ຮັບການແກ້ໄຂ, ແຮງງານທີ່ກັບຄືນມາຈາກປະເທດເພື່ອນບ້ານໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ມີຫຼາຍ ຍັງບໍ່ທັນໄດ້ຖືກຈັດສັນເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຈໍານວນໜຶ່ງກໍໄດ້ກັບຄືນໄປເຮັດວຽກຢູ່ຕ່າງປະເທດ ດ້ວຍຮູບການເກົ່າ.

6) ການແກ້ໄຂບັນຫາປະກົດການຫຍໍ້ທໍ້ທາງດ້ານສັງຄົມຍັງສືບຕໍ່ເປັນສິ່ງທ້າທາຍ ເປັນຕົ້ນ: ຂີ້ລັກງັດແງະ, ການຄ້າຂາຍຢາເສບຕິດ ເຖິງແມ່ນວ່າ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ. ສິ່ງທີ່ໄດ້ກ່າວມາຂ້າງເທິງນີ້ ແມ່ນມີສາຍພົວພັນມາຈາກສະພາບຄວາມບອບບາງຂອງເສດຖະກິດ (ຄ່າຄອງຊີບທີ່ສູງຂຶ້ນ ຕາມທ່າອ່ຽງຂອງພາກພື້ນ ແລະ ສາກົນ).

7) ການໂຄສະນາບິດເບືອນຄວາມຈິງຂອງອິດທິກຳລັງປໍລະປັກຕໍ່ການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດຖະບານຈາກຫຼາຍຮູບແບບ ເປັນຕົ້ນສື່ອອນລາຍ ຍັງເປັນສິ່ງທີ່ສ້າງຄວາມສັບສົນວຸ້ນວາຍໃນສັງຄົມ ແລະ ຫຼຸດຄວາມເຊື່ອໝັ້ນຕໍ່ການນຳພາ ແຕ່ການແກ້ໄຂບັນຫານີ້ຍັງເຮັດບໍ່ໄດ້ດີ.

ບັນດາຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ກ່າວມານັ້ນເກີດມາຈາກສາເຫດນອກຕົວ ແລະ ໃນຕົວ ຊຶ່ງທ່ານນາຍົກລັດຖະມົນຕີໄດ້ເນັ້ນວ່າ: ສາເຫດນອກຕົວນັ້ນ ແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ສະພາບການປັ່ນປ່ວນຂອງເສດຖະກິດໂລກ ຈາກການຂວໍ້າບາດຕໍ່ຣັດເຊຍ ທັງສອງຢ່າງນີ້ ສົ່ງຜົນກະທົບເຖິງທຸກປະເທດໃນໂລກ. ສໍາລັບປະເທດເຮົາ ເປັນປະເທດທີ່ກໍາລັງສູ້ຊົນ ເພື່ອໃຫ້ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ເສດຖະກິດມະຫາພາກທີ່ບອບບາງຢູ່ແລ້ວນັ້ນ ຍິ່ງເປັນການຊໍ້າເຕີມໃຫ້ໜັກໜ່ວງຕື່ມອີກ ພວກເຮົາຕົກຢູ່ໃນສະພາບປະຄັບປະຄອງບໍ່ໃຫ້ຕົກເຂົ້າສູ່ວິກິດ. ສ່ວນສາເຫດໃນຕົວແມ່ນປັດໄຈພາຍໃນຂອງພວກເຮົາ ຊຶ່ງກໍເຄີຍເວົ້າກັນມາຫຼາຍແລ້ວ ເຊັ່ນ: ຄວາມຮັບຜິດຊອບບໍ່ສູງ, ຄວາມເສຍສະຫຼະເພື່ອສ່ວນລວມມີໜ້ອຍ, ບໍ່ຍອມປ່ຽນແປງສູ່ອັນໃໝ່ທີ່ດີກວ່າ ຍ້ອນຕິດພັນກັບຜົນປະໂຫຍດສ່ວນຕົວ, ກົນໄກການບໍລິຫານອາດຍາສິດ, ເກື້ອກູນ ແລະ ອື່ນໆ. ສິ່ງເຫຼົ່ານີ້, ເປັນທັງຈຸດອ່ອນຂໍ້ຄົງຄ້າງ ແລະ ທັງເປັນສາເຫດທີ່ພາໃຫ້ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາບໍ່ໄດ້ຮັບການແກ້ໄຂໃຫ້ດີໄດ້ເທົ່າທີ່ຄວນ.

(ຂ່າວ: ສຸກສະຫວັນ, ພາບ: ສອນໄຊ)