ພິທີປະກາດແຕ່ງຕັ້ງຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມານີ້, ເຂົ້າຮ່ວມ ໂດຍ ພັອ ສາຍສະໝິງ ສີວິໄລ ຫົວໜ້າກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພັອ ບຸນປະດິດ ວົງພູທອນ ຮອງຫົວໜ້າກອງບັນຊາການຫົວໜ້າຫ້ອງສັນຕິບານ ປກສ ແຂວງຄຳມ່ວນ, ມີບັນດາຫົວໜ້າກົມ-ຮອງກົມ ແລະ ພາກສວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ພັຕ ສຸກສະຫວັນ ເກດສັດຖາ ຮອງຫົວໜ້າພະແນກຈັດຕັ້ງກົມຈັດຕັ້ງພະນັກງານ ກົມໃຫຍ່ການເມືອງ ປກສ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 722 / ປກສ ລົງວັນທີ 3 ພຶດສະພາ 2022 ວ່າດ້ວຍການຖອນນາຍຕຳຫຼວດທີ່ຂຶ້ນກັບກົມໃຫຍ່ສັນຕິບານ ໂດຍອີງຕາມກົດໝາຍ ວ່າດ້ວຍກຳລັງປ້ອງກັນ ຄວາມສະຫງົບປະຊາຊົນ ສະບັບເລກທີ 20/ສພຊ, ລົງວັນທີ 9 ພຶດສະພາ 2017, ອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບ ເລກທີ 306/ນຍ, ລົງວັນທີ 19 ກັນຍາ 2018 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ປ້ອງກັນຄວາມສະຫງົບ, ອີງຕາມໜັງສືສະເໜີຂອງກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ສະບັບເລກທີ 1494/ກມປສ ລົງວັນ ທີ 3 ພຶດສະພາ 2022 ກ່ຽວກັບການຂໍອະນຸມັດນາຍຕຳຫຼວດທີ່ຂຶ້ນກັບກົມໃຫຍ່ສັນຕິບານ, ເຊິ່ງໄດ້ຕົກລົງຖອນ ພັທ ແກ່ນຄຳ ແກ່ນທະວົງ ຈາກດ່ານ ຕມ ສາກົນ ຂົວມິດຕະພາບ 3 ແຂວງຄຳມ່ວນ ກັບຄືນກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ເຫັນດີຕົກລົງແຕ່ງຕັ້ງ ພັຕ ສຸກທອງ ວົງສາ ເປັນຫົວໜ້າດ່ານ ຕມ ສາກົນຂົວມິດຕະພາບ 3 ແຂວງຄຳມ່ວນ.

ພັອ ສາຍສະໝິງ ສີວິໄລ ໄດ້ສະແດງຄວາມຍິນດີຕໍ່ຜູ້ທີ່ຖືກແຕ່ງຕັ້ງເປັນຫົວໜ້າດ່ານສາກົນຊຸດໃໝ່. ພ້ອມທັງໄດ້ເນັ້ນໜັກໃນການເຮັດໜ້າທີ່ວຽກງານທີ່ຖືກມອບໝາຍໃນຄັ້ງນີ້ ເພື່ອປັບປຸງກົງຈັກການຈັດຕັ້ງຂອງດ່ານສາກົນຢູ່ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດເຂັ້ມແຂງທາງດ້ານການຈັດຕັ້ງ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການທາງດ້ານໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ມີຜົນສຳເລັດເປັນກ້າວໆ.