ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະທີ 1 ປີ 2021 ແລະ ວາງທິດທາງແຜນການ ໄລຍະທີ 2 ປີ 2022, ເປັນປະທານໂດຍ ພົຈວ ສົມໄຊ ຈັນທະວົງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ມີຫົວໜ້າຫ້ອງ, ກອງ, ຄ້າຍ, ລປພ, ປກສ ເມືອງ, ປກສ ເຂດບໍ່ເຕ່ນ ເຂົ້າຮ່ວມ.

ພັທ ພອນແກ້ວ ພົງແສນຫຼວງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຄະນະຮັບຜິດຊອບວາລະແຫ່ງຊາດຂັ້ນແຂວງ ກ່າວວ່າ:

ເລີ່ມແຕ່ປີ 2021 ເປັນຕົ້ນມາ, ຄະນະຮັບຜິດຊອບຂັ້ນແຂວງ ໄດ້ເອົາໃຈໃສ່ສ້າງແຜນເຄື່ອນໄຫວໂຄສະນາສຶກສາອົບຮົມດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ຢູ່ພາຍໃນກອງບັນຊາການ ປກສ ແຂວງ ແລະ ໄດ້ລົງປະສານສົມທົບກັບ ປກສ ເມືອງ, ປກສ ກຸ່ມບ້ານ ເພື່ອເຮັດວຽກງານໂຄສະນາສຶກສາອົບຮົມ ພ້ອມທັງສ້າງບົດບັນທຶກກັບທຸກພາກສ່ວນ ເພື່ອໃຫ້ຄວາມຮ່ວມມືຕໍ່ເຈົ້າໜ້າທີ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຜິດກົດໝາຍທຸກປະເພດ.

ຜ່ານການເຄື່ອນໄຫວເກັບກໍາຂໍ້ມູນຕົວຈິງ ແຕ່ເດືອນກັນຍາ 2021-ເດືອນມັງກອນ 2022 ມີຄະດີຢາເສບຕິດເກີດຂຶ້ນ 47 ເລື່ອງ, ກັກຜູ້ຖືກຫາໄດ້ 70 ຄົນ ຍິງ 14 ຄົນ, ຢຶດຢາບ້າໄດ້ 128.732 ເມັດ, ຢາຝິ່ນ 1,4 ກິໂລກຼາມ, ເຮໂລອິນ 700 ກຼາມ, ໂທລະສັບມືຖື 15 ເຄື່ອງ, ລົດຈັກ 5 ຄັນ, ລົດບັນທຸກ 2 ຄັນ ແລະ ທໍາລາຍເນື້ອທີ່ປູກຝິ່ນໄດ້ 100 ກວ່າເຮັກຕາ.

ໃນກອງປະຊຸມ, ພົຈວ ສົມໄຊ ຈັນທະວົງ ຍັງໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບຢູ່ຂັ້ນແຂວງ ແລະ ເມືອງ ເອົາໃຈໃສ່ປະຕິບັດ ວາລະແຫ່ງຊາດ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດໃນໄລຍະທີ 2 ແກ້ໄຂບັນຫາຢາເສບຕິດ, ປຸກລະດົມໃຫ້ທຸກພາກສ່ວນມີສ່ວນຮ່ວມໃນການສະກັດກັ້ນ ແລະ ປ້ອງກັນໃຫ້ໄດ້ຢ່າງຂາດຕົວ, ຮັບປະກັນໃຫ້ພື້ນທີ່ແຂວງຫຼວງນໍ້າທາ ມີຄວາມສະຫງົບປອດໄພໂດຍພື້ນຖານ.