ກອງປະຊຸມພົບປະແລກປ່ຽນວຽກງານວິຊາສະເພາະ ຄັ້ງທີ X ລະຫວ່າງ ກອງບັນຊາການ ປກສ ແຂວງໄຊຍະບູລີ ສປປ ລາວ ແລະ ກອງບັນຊາການ ປກສ ແຂວງດຽນບຽນ ສສ ຫວຽດນາມ ໄດ້ຈັດຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານໂດຍ ພັອ ຄຳແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ສປປ ລາວ ແລະ ພັອ ໂງແທັງບິງ ຫົວໜ້າກອງບັນຊາການ ປກສ ແຂວງດຽນບຽນ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຄະນະຜູ້ແທນທັງຝ່າຍ ໄດ້ພ້ອມກັບທົບທວນຕີລາຄາໝາກຜົນ ການປະສານສົມທົບພົວພັນຮ່ວມມືວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຂອງສັງຄົມ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ; ເຊິ່ງໃນໄລຍະຜ່ານມາ, ທັງສອງຝ່າຍໄດ້ເປັນເຈົ້າການກຳແໜ້ນ, ແລກປ່ຽນຂໍ້ມູນຂ່າວສານ, ພົວພັນເຖິງຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສອງປະເທດ ເວົ້າລວມ, ເວົ້າສະເພາະ ແມ່ນສອງແຂວງ ໃຫ້ກັນຮັບຊາບຢ່າງເປັນປົກກະຕິ, ເພີ່ມທະວີໂຄສະນາສຶກສາອົບຮົມພົນລະເມືອງຂອງປະເທດ ໃຫ້ເຄົາລົບປະຕິບັດກົດໝາຍ, ຮີດຄອງປະເພນີຂອງສອງຝ່າຍ, ອຳນວຍຄວາມສະດວກ ແລະ ຮັບປະກັນຄວາມປອດໄພ ໃຫ້ພົນລະເມືອງທັງສອງຝ່າຍໄປ-ມາແລກປ່ຽນສິນຄ້າຖືກຕ້ອງຕາມກົດໝາຍນຳກັນ.

ນອກນີ້, ສອງຝ່າຍຍັງໄດ້ພົວພັນກັນທາງດ້ານວຽກງານວິຊາສະເພາະ, ຜັນຂະຫຍາຍການຮ່ວມມືປ້ອງກັນສະກັດກັ້ນ ຕ້ານອາຊະຍາກຳຢາເສບຕິດ ແລະ ເພີ່ມທະວີປ້ອງກັນສະກັດກັ້ນອາຊະຍາກຳຢາເສບຕິດ, ຕອບສະໜອງຂໍ້ມູນຂ່າວສານກ່ຽວກັບ ເປົ້າໝາຍຢາເສບຕິດຢ່າງທັນການ, ປະສານສົມທົບຈັດຕັ້ງບັນດາການເຄື່ອນໄຫວການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນວັນສ້າງຕັ້ງເຊັັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມຄົບຮອບ 45 ປີ.

ສໍາລັບການພົບປະແລກປ່ຽນບົດຮຽນວຽກງານວິຊາສະເພາະໃນຄັ້ງນີ້ ທັງສອງຝ່າຍໄດ້ແລກປ່ຽນບົດຮຽນດ້ານສິລະປະກິລາ, ກວດ ແລະ ປິ່ນປົວພະຍາດ, ແລກປ່ຽນຄະນະການນຳ ແລະ ຍາດພີ່ນ້ອງໄປຢ້ຽມຢາມພັກຜ່ອນຢູ່ແຕ່ລະຝ່າຍ; ການກະກຽມຈັດກອງປະຊຸມຄັ້ງທີ 11 ລະຫວ່າງ ສອງກອງບັນຊາການ ທີ່ຈະຈັດຂຶ້ນໃນປີ 2023 ຢູ່ແຂວງດຽນບຽນ ສສ ຫວຽດນາມ ແລະ ວຽກງານໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ທາງດ້ານອຸປະກອນຮັບໃຊ້ວຽກງານວິຊາສະເພາະໃນຕໍ່ໜ້າ. ພ້ອມທັງໄດ້ຮ່ວມກັນລົງນາມເຊັນບົດບັນທຶກຊ່ວຍຈຳ ການຮ່ວມມືຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍລະຫວ່າງສອງ ກອງບັນຊາການ ປກສ ແຂວງໄຊຍະບູລີ ສປປ ລາວ ແລະ ກອງບັນຊາການ ປກສ ແຂວງດຽນບຽນ ສສ ຫວຽດນາມ.