ໃນວັນທີ 8 ມິຖຸນາ 2022, ກອງພັນ 207 ກອງບັນຊາການປ້ອງກັນທີ່ຕັ້ງ ກະຊວງ ປກສ ໄດ້ຈັດກອງປະຊຸມສ້າງແຜນກຳນົດພະນັກງານ-ບັນຊາຂັ້ນກອງບັນຊາການປ້ອງກັນທີ່ຕັ້ງຄຸ້ມຄອງກອງພັນ 207, ເປັນກຽດເຂົ້າຮ່ວມຂອງ ພັທ ກອງແກ້ວ ກຸສານົນ ຄະນະພັກກອງບັນຊາການປ້ອງກັນທີ່ຕັ້ງເລ ຂາໜ່ວຍພັກຮາກຖານຫົວໜ້າຫ້ອງການເມືອງ ແລະ ເປັນປະທານຂອງ ພັທ ບຸນເຫຼືອ ສັນຕິວົງ ຮັກສາການຫົວໜ້າກອງພັນ 207, ມີບັນດາຄະນະ ພັກກອງພັນ ພ້ອມ ດ້ວຍພະນັກງານສະມາຊິກພັກ ເຂົ້າຮ່ວມ.

ພັທ ກອງແກ້ວ ກຸສານົນ ກ່າວວ່າ: ແຜນກຳນົດພະນັກງານແມ່ນຂະບວນວິວັດແຫ່ງການສ້າງພະນັກງານໃນປັດຈຸບັນ ແລະ ອະນາຄົດ, ເນື້ອແທ້ຂອງການສ້າງແຜນພະນັກງານແມ່ນ ເພື່ອຊອກເຫັນ, ບຳລຸງສ້າງຈັດວາງ, ຊັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້-ຄວາມ ສາມາດກັບມາດຖານເງື່ອນໄຂຢູ່ ຕຳແໜ່ງງານຂັ້ນນຳພາ-ບັນຊາຕາມເປົ້າໝາຍ.

ດັ່ງນັ້ນ, ວຽກສ້າງແຜນກຳນົດພະນັກງານຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ, ສາມາດເວົ້າໄດ້ວ່າວຽກງານພະນັກງານແມ່ນມີບົດບາດສຳຄັນ ແລະ ເປັນປັດໄຈຕັດສິນໄຊຊະນະ ຫຼື ປະລາໄຊຂອງການຈັດຕັ້ງເຊິ່ງລວມໄປເຖິງການ ຄົງຕົວ ແລະ ຂະຫຍາຍຕົວຂອງລະບອບປະຊາທິປະໄຕທີ່ພັກປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງນຳພາເພື່ອກ້າວສູ່ຈຸດໝາຍສັງຄົມນິຍົມ.

ສຳລັບການສ້າງແຜນກຳນົດພະນັກງານນຳພາ-ບັນຊາ ຂັ້ນກອງບັນຊາການປ້ອງກັນທີ່ຕັ້ງຄຸ້ມຄອງກອງພັນ 207 ໃນຄັ້ງນີ້ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການຊ່ວຍວຽກ ເພື່ອເຮັດໃຫ້ໜ້າທີ່ໃນການກະກຽມດ້ານຕ່າງໆບົນພື້ນຖານການ ປະສານສົມທົບກັບກົມຈັດຕັ້ງພະ ນັກງານກົມໃຫຍ່ການເມືອງ ປກສ ແນ່ໃສ່ເຮັດໃຫ້ກອງປະຊຸມສ້າງແຜນກຳນົດພະນັກງານຄັ້ງນີ້ດຳເນີນໄປຖືກຕ້ອງຕາມທິດຊີ້ນຳ, ຄາດໝາຍ ແລະ ຮັບປະກັນດ້ານເນື້ອໃນ.