ແຂວງຄໍາມ່ວນ ຈັດພິທີເປີດຝຶກອົບຮົມຄວາມເປັນເອກະພາບໃນວຽກງານໂຄສະນາເຜີຍແຜ່ກົດໝາຍ, ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ແລະ ມາດຕະການທາງດ້ານກົດໝາຍ ວ່າດ້ວຍຢາເສບຕິດ, ໃນວັນທີ 7 ມິຖຸນາ ຜ່ານມາ; ໂດຍມີທ່ານ ປອ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ທັງເປັນປະທານສະພາບໍລິຫານກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງ, ມີ ພັອ ທິບພະຈັນ ໂພໄຊ ຫົວໜ້າກອງ ບັນຊາ ການ ປກສ ແຂວງ, ພ້ອມດ້ວຍວິທະຍາກອນ-ສຳມະນາກອນ, ຈາກກອງບັນຊາການ ປກສ ເມືອງ 10 ຕົວເມືອງ, ພະແນກ ການທີ່ກ່ຽວຂ້ອງອ້ອມຂ້າງ ແຂວງ ແລະ 10 ຕົວເມືອງ ເຂົ້າຮ່ວມ.

ໃນພິທີ, ພັອ ທິບພະຈັນ ໂພໄຊ ໄດ້ຜ່ານຄຳແນະນຳຂອງເຈົ້າ ແຂວງຄຳມ່ວນ ວ່າດ້ວຍການຈັດຕັ້ງປະຕິບັດທິດທາງແຜນການຜັນຂະຫຍາຍວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢູ່ແຂວງຄຳມ່ວນ ປີ (2021-2023). ພ້ອມທັງສັງລວມສະພາບບັນຫາຢາເສບຕິດໃນທົ່ວແຂວງ. ຈາກນັ້ນບັນດາວິທະຍາກອນທີ່ມາຈາກຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຜັດປ່ຽນກັນຂຶ້ນບັນລະຍາຍເອກະສານຜົນຮ້າຍ-ໄພອັນຕະລາຍຂອງຢາເສບຕິດ, ສາເຫດທີ່ພາໃຫ້ຕິດຢາເສບຕິດ ແລະ ວິທີປ້ອງກັນແກ້ໄຂ, ກົດໝາຍຢາເສບ ຕິດ ແລະ ປະມວນກົດໝາຍອາ ຍາ, ພ້ອມທັງແນະນຳການເຮັດສະປອດໂຄສະນາຜົນຮ້າຍຂອງຢາ ເສບຕິດ ແລະ ສະປອດໂຄສະນາ ກ່ຽວກັບວາລະແຫ່ງ ຊາດຕ້ານຢາເສບຕິດ.

ການຝຶກອົບຮົມຄັ້ງນີ້, ເພື່ອເປັນການປືກສາຫາລື ແລະ ເປັນເອກະພາບກັນໃນທຸກພາກສ່ວນໃນການເຮັດວຽກງານໂຄສະນາເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດຢູ່ຂັ້ນທ້ອງຖິ່ນຮາກຖານ ພ້ອມທັງແລກປ່ຽນບົດຮຽນຄວາມຄິດ-ຄວາມເຫັນໃນການປະຕິບັດໜ້າທີ່ວຽກງານຕົວຈິງ, ເພື່ອນຳໄປໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ໂດຍສະເພາະວຽກງານເຜີຍແຜ່ຄວາມຮູ້ກ່ຽວກັບທີ່ມາ-ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ ແລະ ມາດຕະການທາງດ້ານກົດໝາຍ ວ່າດ້ວຍຢາເສບຕິດ ເພື່ອສຸມໃສ່ວຽກງານວາລະແຫ່ງຊາດຕໍ່ກັບການແກ້ໄຂບັນຫາຢາເສບຕິດ, ເພື່ອໃຫ້ທຸກພາກສ່ວນທົ່ວສັງ ຄົມເປັນເຈົ້າການປະກອບສ່ວນຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດຢ່າງມີຈຸດສຸມ, ຖືກຕ້ອງ, ສອດຄ່ອງ ແລະ ມີຄວາມເປັນເອກະພາບ, ແນໃສ່ທຸກທ້ອງຖິ່ນຮາກຖານໃຫ້ມີຄວາມສະຫງົບ, ເພື່ອສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆໃນທົ່ວສັງຄົມ ເປັນຕົ້ນແມ່ນບັນຫາຢາເສບຕິດໄດ້ຮັບການແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງ, ໃຫ້ບ້ານປອດຢາເສບຕິດກວມ 85% ຂຶ້ນໄປຂອງຈຳນວນບ້ານໃນທົ່ວແຂວງ, ສ້າງຄວາມເປັນເຈົ້າ ການທີ່ເຂັ້ມແຂງໃຫ້ທ້ອງຖິ່ນຮາກຖານ, ອົງການປົກຄອງ ແລະ ຂະແໜງການທຸກຂັ້ນປະຕິບັດຕາມລະບຽບ, ກົດໝາຍຢ່າງເຂັ້ມງວດຕໍ່ເນື່ອງ.