ໃນການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 14 ມິຖຸນາ 2022 ເປັນປະທານ ໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສືບຕໍ່ປະກອບຄຳຄິດຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ 6 ເດືອນທ້າຍປີ 2022 ທີ່ສະເໜີໂດຍທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ.

ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ປະກອບຄຳເຫັນໃສ່ຫຼາຍບັນຫາສຳຄັນ ໂດຍລວມແມ່ນເຫັນດີເປັນເອກະພາບຕໍ່ບົດລາຍງານດັ່ງກ່າວ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ລັດຖະບານ ທີ່ໄດ້ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາໃນ 6 ເດືອນຜ່ານມາ ໃນເງື່ອນໄຂທີ່ສະພາບການສາກົນ ແລະ ພາຍໃນປະເທດຂອງພວກເຮົາມີທັງຂໍ້ສະດວກ, ກາລະໂອກາດ ແລະ ຂໍ້ຫຍຸງຍາກຫຼາຍປະການ ທີ່ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດຢ່າງໜັກໜ່ວງ ແຕ່ລັດຖະບານ ກໍໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າເພື່ອແກ້ໄຂບັນຫາລວມຂອງຊາດ ຈຶ່ງສາ ມາດປະຄັບປະຄອງເສດຖະກິດຂອງປະເທດບໍ່ໃຫ້ຕົກເຂົ້າສູ່ວິກິດໜັກໜ່ວງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ ແລະອື່ນໆ.

ໃນນີ້, ທ່ານ ນາງ ຂັນທອງ ພັນທະຈັກ ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊ ໄດ້ມີຄຳເຫັນຕໍ່ແຜນພັດທະນາຊັບພະ ຍາກອນມະນຸດ, ເຊິ່ງພົວພັນກັບການລົງທຶນໃນວຽກງານການສຶກສາ ເພື່ອພັດທະນາຊັບພະຍາກອນມະນຸດ ເພື່ອຊຸກຍູ້ເສດຖະກິດໃນການຈັດຕັ້ງບັນ ດາຄາດໝາຍໃນຕົວຊີ້ວັດໃນຂະແໜງການສຶກສາໃຫ້ບັນລຸ; ໃນນີ້, ທ່ານໄດ້ມີຄຳເຫັນລົງເລິກດ້ານການປັບປຸງຫຼັກສູດການຮຽນ-ການສອນທຸກຂັ້ນໃນການຮຽນໃນໄລຍະໃໝ່ ຍັງບໍ່ທັນໄດ້ດີເທົ່າທີຄວນການສຶກສາ ຢູ່ເຂດຊົນນະບົດຍັງບໍ່ທັນໄດ້ຮັບການພັດທະນາ, ເຊິ່ງມີຫຼາຍປັດໄຈ ເປັນຕົ້ນແມ່ນຄວາມຮັບຜິດຊອບຂອງຄູຕໍ່ການຮຽນ-ການສອນໃນຮູບແບບອອນລາຍບໍ່ໄດ້ຮັບການຈັດຕັ້ງປະຕິບັດ, ການສະໜອງຂໍ້ມູນອຸປະກອນຕຳລາຮຽນບໍ່ທັນ ພຽງພໍ ແລະ ທົ່ວເຖິງ, ຄວາມເຂົ້າໃຈຂອງຄູຕໍ່ເນື້ອໃນ ແລະ ວິທີການສອນຕາມຫຼັກສູດແບບໃໝ່ຍັງບໍ່ທັນເລິກເຊິ່ງ ແລະ ຂາດການຝຶກອົບຮົມຢ່າງຕໍ່ ເນື່ອງ.