ພາຍຫຼັງລັດຖະບານມີແຈ້ງການເປີດປະເທດໃຫ້ມວນຊົນ ສາມາດເດີນທາງເຂົ້າ-ອອກປະເທດ ໄດ້ເລີ່ມແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນມາ, ຈຶ່ງມີປະຊາຊົນຈຳນວນຫຼວງຫຼາຍຢູ່ໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງຫຼັ່ງໄຫຼມາຂໍເຮັດໜັງສືຜ່ານແດນຢູ່ກົມກົງສຸນ ທີ່ນະຄອນຫຼວງວຽງຈັນ ຈຶ່ງເກີດມີສະພາບຄວາມອັ່ງອໍຂອງປະຊາຊົນເປັນຈຳນວນຫຼາຍໃນແຕ່ລະວັນ; ເຊິ່ງບັນຫາດັ່ງກ່າວນີ້, ເກີດຈາກຫຼາຍສາເຫດທີ່ເປັນສາເຫດພາໃຫ້ມວນຊົນຫຼັ່ງໄຫຼເຂົ້າມາເຮັດປື້ມຜ່ານແດນຢູ່ກົມກົງສຸນ ທັງໆທີ່ຫຼາຍແຂວງກໍສາມາດອອກປື້ມຜ່ານແດນໃຫ້ໄດ້.

ທ່ານ ສີສຸພັນ ມະນີວັນ ຮອງຫົວໜ້າກົມກົງສຸນ ກະຊວງການຕ່າງປະເທດຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 14 ມິຖຸນາ ນີ້ວ່າ: ຕໍ່ກັບບັນຫາດັ່ງກ່າວທີ່ເກີດຂຶ້ນພວກເຮົາໄດ້ຊອກຫາສາເຫດທີ່ເຮັດໃຫ້ມີສະພາບມວນຊົນມາອັ່ງອໍກັນຂໍໜັງຜ່ານແດນຢູ່ກົມກົງສຸນ ແມ່ນເກີດຈາກ ປະຊາຊົນຈຳນວນຫຼວງຫຼາຍມີຄວາມຕ້ອງການນຳໃຊ້ໜັງສືຜ່ານແດນ ເພື່ອໄປອອກແຮງງານຢູ່ປະເທດໃກ້ຄຽງ ແລະ ໃນສອງສາມປີມານີ້ ນັກສຶກສາທີ່ຈົບຊັ້ນມັດທະ ຍົມຕອນປາຍມີຈໍານວນຫຼາຍບໍ່ສາມາດເດີນທາງໄປຮຽນຕໍ່ຢູ່ຕ່າງປະເທດໄດ້. ມາເຖິງປັດຈຸບັນ, ເຂົາເຈົ້າກໍຂຸ້ນຂ້ຽວຕ້ອງການໜັງສືຜ່ານແດນ ເພື່ອປະກອບເອກະສານສະໝັກເອົາທຶນສຶກສາຕໍ່ຢູ່ຕ່າງປະເທດ; ປະຊາຊົນຈຳນວນຫຼາຍມີຄວາມເຂົ້າໃຈວ່າ ຖ້າມາຍື່ນຄໍາຮ້ອງຢູ່ນະຄອນຫຼວງວຽງຈັນ ຈະໄດ້ຮັບໜັງສືຜ່ານແດນໄວ ຍ້ອນວ່າຜ່ານມາມີນະໂຍບາຍ 3 ວັນ, 5 ວັນ. ແຕ່ໄລຍະນີ້ພວກເຮົາໄດ້ຢຸດເຊົາບໍລິການນະໂຍບາຍແລ້ວ, ໂດຍປະຕິບັດຕາມກົດໝາຍ ວ່າດ້ວຍການເຂົ້າ-ອອກເມືອງ ການອອກໜັງສືຜ່ານແດນຢູ່ນະຄອນຫຼວງວຽງຈັນ ມີກຳນົດເວລາ 7 ວັນ ແລະ ຢູ່ຕ່າງແຂວງແມ່ນ 10 ວັນ (ຕາມວັນລັດຖະການ); ຈາກສະພາບການທີ່ມີຄວາມຕ້ອງສູງໃນການນຳໃຊ້ໜັງສືຜ່ານແດນ ເຮັດໃຫ້ເກີດມີກຸ່ມຄົນຈຳນວນໜຶ່ງສວຍໂອກາດໝູນໃຊ້ສະພາບການດັ່ງກ່າວນີ້ຫາຜົນປະໂຫຍດໃຫ້ແກ່ຕົນ ໂດຍໄປໂຄສະນາໃຫ້ປະຊາຊົນຢູ່ແຂວງຕ່າງໆວ່າ ສາມາດພາໄປເຮັດໜັງສືຜ່ານແດນຢູ່ວຽງ ຈັນ ໄດ້ໄວໂດຍຮຽກເກັບຄ່າລົດ, ຄ່າພັກເຊົາ ແລະ ຄ່າບໍລິການພາໄປເຮັດ ແລະອື່ນໆອີກ; ອີກບັນຫາໜຶ່ງເກີດມີກຸ່ມຄົນຈຳນວນໜຶ່ງທີ່ອ້າງຕົນເອງ ວ່າ ເປັນນາຍໜ້າອາສາພາແລ່ນເອກະສານຕ່າງໆ ແລະ ຮັບຈ້າງມາຢືນລໍຖ້າຄິວ ເພື່ອເຂົ້າຍື່ນເອກະສານໃຫ້ແທນກັນ ແລະ ຮຽກເກັບເງິນນຳປະຊາຊົນ.

ຈາກສາເຫດດັ່ງກ່າວນັ້ນເຖິງວ່າພວກເຮົາຈະມີຄວາມພ້ອມດ້ານລະບົບອອກໜັງສືຜ່ານແດນທີ່ທັນສະໄໝກໍຕາມ ແຕ່ບັນຫາທີ່ປະຊາຊົນຈາກທຸກແຂວງເປັນຈຳນວນຫຼວງຫຼາຍ ພ້ອມພາກັນມາຍື່ນຄໍາ ຮ້ອງຂໍໜັງສືຜ່ານແດນຢູ່ກົມກົງສຸນ ຈຸດດຽວຊຶ່ງມີຈຳນວນທີ່ເກີນຄວາມອາດສາມາດຕົວຈິງທີ່ພວກເຮົາຈະ ສາມາດຮັບບໍລິການໄດ້ໃນແຕ່ລະ ວັນ ຈຶ່ງເກີດມີສະພາບແອອັດ ແລະ ຄວາມບໍ່ພໍໃຈຂອງຜູ້ມາຍື່ນຄຳ ຮ້ອງ.

ປັດຈຸບັນ, ສະຖານທີ່ບໍລິການຮັບຄຳຮ້ອງຂໍໜັງສືຜ່ານແດນນອກຈາກຈະມີຢູ່ກົມກົງສຸນແລ້ວ ພວກເຮົາຍັງໄດ້ເປີດສູນຮັບຄໍາຮ້ອງຂໍ ໜັງສືຜ່ານແດນຢູ່ຕ່າງແຂວງ ຄື: ແຂວງອຸດົມໄຊ, ແຂວງຊຽງຂວາງ ແລະ ແຂວງໄຊຍະບູລີ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ທ່ານຈະຢື່ນ ຂໍຢູ່ນະຄອນຫຼວງວຽງຈັນ ຫຼື ຕ່າງແຂວງກໍດີ. ຖ້າຕາມລະບຽບການແລ້ວ, ການອອກໜັງສືຜ່ານແດນ ແມ່ນຫຼຸດຫຼື່ນກັນພຽງແຕ່ 3 ວັນ; ສະນັ້ນ, ຂໍຄວາມຮ່ວມມືມາຍັງປະຊາຊົນທີ່ຢູ່ແຂວງເຫຼົ່ານັ້ນ ຫຼື ຢູ່ບັນດາແຂວງໃກ້ຄຽງ ໃຫ້ເຂົ້າໄປໃຊ້ບໍລິການຢູ່ບັນດາສູນຮັບຄຳຮ້ອງດັ່ງກ່າວ ເພື່ອເປັນການຫຼຸດຜ່ອນຄວາມແອອັດຂອງປະຊາຊົນ ຢູ່ນະຄອນຫຼວງວຽງຈັນ.

ຂໍໃຫ້ມີສະຕິຢ່າຫຼົງເຊື່ອບັນດານາຍໜ້າທີ່ອ້າງຕົນວ່າ ສາມາດພາໄປເຮັດ ຫຼື ຊ່ວຍແລ່ນ ເອກະສານ ພ້ອມທັງເລັ່ງລັດຂັ້ນ ຕອນການອອກໜັງສືຜ່ານແດນໃຫ້ ຕົນໄດ້ໄວຢູ່ນະຄອນຫຼວງວຽງຈັນ ເພາະເຈົ້າໜ້າທີ່ຈະພິຈາລະນາອຳ ນວຍຄວາມສະດວກອອກດ່ວນໃຫ້ ສະເພາະກໍລະນີສຸກເສີນເຊັ່ນຄົນ ເຈັບ ທີ່ມີຄວາມຈໍາເປັນຕ້ອງເດີນ ທາງດ່ວນໄປຮັກສາປິ່ນປົວຢູ່ຕ່າງ ປະເທດ ໂດຍມີເອກະສານຢັ້ງຢືນ ຈາກໂຮງໝໍເທົ່ານັ້ນ; ດັ່ງນັ້ນ, ຈຶ່ງ ຂໍໃຫ້ປະຊາຊົນມາຍື່ນຄຳຮ້ອງດ້ວຍ ຕົນເອງມີບັນຫາທາງດ້ານເອກກະສານກໍໃຫ້ເຂົ້າປຶກສານໍາພະນັກງານຂອງສູນບໍລິການຂອງພວກເຮົາໄດ້.