ກອງບັນຊາການ ປກສ ເມືອງຫຼວງນ້ຳທາ ແຂວງຫຼວງນໍ້າທາ ໄດ້ຈັດພິທີເຊື່ອມຊຶມເອກະສານວຽກງານພັກ-ພະນັກງານ ຂຶ້ນໃນທ້າຍອາທິດຜ່ານມາ, ເປັນປະທານ ໂດຍສະຫາຍ ພັທ ເປິງແກ້ວ ແສນທຳມະຂັນ ຫົວໜ້າກອງບັນຊາການ ປກສ ເມືອງຫຼວງນ້ຳທາ, ມີບັນດາຄະນະກອງບັນຊາການ, ຫົວ ໜ້າ-ຄະນະພະແນກ, ປກສ ກຸ່ມບ້ານ ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ.

ສະຫາຍ ພັທ ເປິງແກ້ວ ແສນ ທຳມະຂັນ ກ່າວວ່າ: ການເຊື່ອມຊຶມວຽກງານພັກວຽກງານພະນັກງານຄັ້ງນີ້, ເພື່ອໃຫ້ພະນັກງານ-ນັກຮົບ ທົ່ວກໍາລັງ ປກສ ເມືອງຫຼວງນ້ຳທາ ກຳແໜ້ນ ແລະ ເຂົ້າໃຈບັນດາເອກະສານຂອງພັກ-ພະນັກງານ ພ້ອມທັງເຮັດໃຫ້ພະນັກງານ-ນັກຮົບ ເປັນຜູ້ມີຄວາມໜັກ ແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທຳປະຕິວັດ, ມີອຸດົມການຂອງພັກທີ່ຖືກຕ້ອງ, ເປັນຜູ້ມີຄວາມຮູ້-ຄວາມສາມາດ ແລະ ເປັນແບບຢ່າງນຳໜ້າໃນທຸກຂະບວນການວຽກງານ.

ການເຊື່ອມຊຶມໄດ້ເຜີຍແຜ່ເອກະສານຄໍາສັ່ງ ເລກທີ 01/ປກສ, ລົງວັນທີ 18/1/2022 ວ່າດ້ວຍ ການນຳພາຂອງພັກ, ມະຕິ ເລກທີ 734/ລບ, ລົງວັນທີ 31/ຄພປ ກສ, ລົງວັນທີ 18/1/2022 ວ່າ ດ້ວຍການນຳພາຂອງພັກ, ບົດແນະນຳສະບັບ ເລກທີ 1225/ ກມປສ, ລົງວັນທີ 1 ເມສາ 2022 ວ່າດ້ວຍ ການຈັດຕັ້ງຜັນຂະຫຍາຍຄໍາສັ່ງ ຂອງກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການປັບປຸງກົງຈັກ ການຈັດຕັ້ງຂອງກົມກອງ ແລະ ທ້ອງຖິ່ນໃນກໍາລັງປ້ອງກັນຄວາມສະຫງົບ, ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານພະນັກງານໃນໄລຍະ 5 ປີ ແລະ ທິດທາງແຜນການກະຊວງປ້ອງກັນຄວາມສະຫງົບ 5 ປີ ຕໍ່ໜ້າ ( 2021-2025 ), ແຈ້ງການແນະນໍາຂອງກອງບັນຊາການ ປກສ ແຂວງ ເລກທີ 2986 ແລະ ຂໍ້ຕົກລົງ ເລກທີ 3340, 2955, ຂໍ້ຕົກລົງກອງບັນຊາການ ປກສ ເມືອງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຊັບຊ້ອນຍົກຍ້າຍພະນັກງານຂັ້ນວິຊາການ.