ແຂວງຜົ້ງສາລີ ກໍເປັນອີກແຂວງໜຶ່ງທີ່ມີອຸບັດຕິເຫດເກີດຂຶ້ນເປັນຈໍານວນຫຼວງຫຼາຍພໍສົມຄວນ, ສືບເນື່ອງມາຈາກຜູ້ໃຊ້ລົດ-ໃຊ້ຖະໜົນຈໍານວນໜຶ່ງ ຍັງລະເມີດກົດລະບຽບການສັນຈອນ ຄອບຄູ່ໄປກັບສະພາບແວດລ້ອມ ແລະອື່ນໆ; ດັ່ງນັ້ນ, ເພື່ອເຮັດໃຫ້ບັນຫາອຸບັດຕິເຫດຫຼຸດລົງ ວຽກງານໂຄສະນາ ເຜີຍແຜ່ລະບຽບການສັນຈອນ ຈຶ່ງເປັນວຽກງານສໍາຄັນ ທັງນີ້ເພື່ອເຮັດໃຫ້ຜູ້ຂັບຂີ່ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ.

ໃນວັນທີ 2 ມິຖຸນາ 2022, ພະແນກຈະລາຈອນ ຫ້ອງຕໍາຫຼວດ ປກສ ແຂວງຜົ້ງສາລີ ໄດ້ລົງໂຄສະນາປູກຈິດສໍານຶກຄວາມປອດໄພທາງຫຼວງ ຢູ່ໂຮງຮຽນເຕັກນິກ-ວິຊາອາຊີບແບບປະສົມ ເມືອງບຸນເໜືອ ແຂວງຜົ້ງສາລີ; ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ທອງໄຊ ອ່ອນເຈນເຈັ່ນນາມ ຮອງອໍານວຍການໂຮງຮຽນເຕັກນິກ-ວິຊາອາຊີບແບບປະສົມ, ມີ ພັທ ສຸກ ສີດາ ຫົວໜ້າພະແນກຈະລາຈອນ-ມອດໄຟ ຫ້ອງຕໍາຫຼວດ ປກສ ແຂວງ ຕະຫຼອດຮອດພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.

ໃນພິທີ, ຮອ ສົມເພັດ ຈັນທະນິດ ຫົວໜ້າໜ່ວຍງານຈະລາຈອນ ໄດ້ສະເໜີຈຸດປະສົງໃນການລົງໂຄສະນາເຜີຍແຜ່ລະບຽບການສັນຈອນໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ໄດ້ຮັບຮູ້ ແລະ ເຂົ້າໃຈເຖິງລະບຽບການສັນຈອນ ເປັນຕົ້ນແມ່ນ:

ການຈະລາຈອນທາງບົກ, ການສັນຈອນຕາມທ້ອງຖະໜົນຫຼວງ, ຄວາມໝາຍຄວາມສໍາຄັນຂອງບັນດາປ້າຍຫ້າມ, ປ້າຍເຕືອນ, ຂີດລາຍຕາມເສັ້ນທາງຫຼວງ ແລະອື່ນໆ

ເຊິ່ງໃນໄລຍະຜ່ານມາ, ແມ່ນເຫັນໄດ້ຫຼາຍບັນຫາປະກົດຂຶ້ນຕິດພັນກັບການຂັບຂີ່, ການສັນຈອນ ເຊັ່ນ: ນັກຂັບຂີ່ສ່ວນຫຼາຍບໍ່ມັກໃສ່ໝວກກັນກະທົບ, ບໍ່ໃສ່ສາຍຮັດນິລະໄພ, ດື່ມສິ່ງມຶນເມົາແລ້ວຂັບຂີ່, ບັນດາໄວໜຸ່ມຂັບຂີ່ລົດແຂ່ງກັນເປັນຂະບວນ ແລະ ບັນຫາອື່ນໆ, ເຊິ່ງເປັນສາເຫດທີ່ພາໃຫ້ເກີດອຸບັດຕິເຫດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ.

ນອກນີ້, ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນ ຍັງໄດ້ຮັບຟັງບາງມາດຕະການວ່າດ້ວຍ ການປັບໃໝຕໍ່ຜູ້ລະເມີດລະບຽບກົດໝາຍກ່ຽວກັບ ການຈະລາຈອນທາງບົກ, ການຂົນສົ່ງທາງບົກ ແລະ ການປົກປັກຮັກສາທາງຫຼວງ, ການນໍາໃຊ້ການປົກປັກຮັກສາຂອບເຂດທາງຫຼວງ, ການຂັບຂີ່ລົດຈັກ ແລະ ລົດໃຫຍ່ ເພື່ອເຮັດໃຫ້ພະນັກງານ, ຄູ-ອາຈານ ແລະ ນ້ອງນັກຮຽນໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງພາກທິດສະດີຂັ້ນພື້ນຖານໃນການສັນຈອນຕາມເສັ້ນທາງຫຼວງ ໃນເວລາເດີນທາງຂັບຂີ່ລົດ ເພື່ອໃຫ້ມີຄວາມເປັນເອກະພາບກັນ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ຈຸດປະສົງໃນການລົງໂຄສະນາກົດລະບຽບການສັນຈອນໃນຄັ້ງນີ້ ກໍເພື່ອເປັນການປູກຈິດສໍານຶກໃຫ້ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ຮັບຮູ້, ເຂົ້າໃຈກ່ຽວກັບກົດລະບຽບໃນການສັນຈອນ ເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດເຂົ້າໃນຊີວິດປະຈໍາວັນ ແລະ ພ້ອມກັນແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນ ແກ້ໄຂບັນຫາອຸບັດຕິເຫດຕາມທ້ອງຖະໜົນ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.