ການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ 2021-2023 ມາຮອດປັດຈຸບັນນີ້ ສໍາເລັດແລ້ວໃນໄລຍະທີ 1 ແລະ ກໍາລັງສືບຕໍ່ຜັນຂະຫຍາຍໄລຍະທີ 2 ຕາມແຜນການທີ່ກໍານົດໄວ້ ໃຫ້ສໍາເລັດຜົນຕາມລະດັບຄາດໝາຍຢ່າງມີປະສິດທິຜົນ.

ເຊິ່ງວຽກງານດັ່ງກ່າວນີ້, ຄະນະຮັບຜິດຊອບຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຢາເສບຕິດ ກອງບັນຊາການ  ປກສ ແຂວງສາລະວັນ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ວາລະແຫ່ງຊາດ ໄລຍະທີ 1 ແລະ ວາງແຜນທິດທາງໃນການຈັດຕັ້ງຜັນຂະຫຍາຍ ໄລຍະທີ 2 ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ໃນທ້າຍເດືອນພຶດສະພາ 2022 ຜ່ານມາ, ໂດຍມີ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ມີຄະນະປະຈໍາ-ກໍາມະການພັກແຂວງ, ຫົວໜ້າກອງບັນຊາການ ປກຊ-ປກສ ແຂວງ, ພະແນກການອ້ອມຂ້າງແຂວງ, ເຈົ້າເມືອງ, ປກຊ-ປກສ ເມືອງ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ພັອ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ ຂຶ້ນຜ່ານບົດສະຫຼຸບກ່ຽວກັບ ການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ 1 ແລະ ວາງແຜນຈັດຕັ້ງປະຕິບັດຜັນຂະຫຍາຍ ໄລຍະທີ 2 ເຊິ່ງໄດ້ຍົກໃຫ້ເຫັນເຖິງທິດທາງແຜນການໃນການຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໄລຍະທີ 2 ໃຫ້ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້.

ໃນນີ້, ຈະສືບຕໍ່ໂຄສະນາເຜີຍແຜ່ບັນດາເອກະສານ, ຂໍ້ຕົກລົງ, ມະຕິ, ຄໍາສັ່ງ, ລະບຽບ-ກົດໝາຍ ແລະ ນະໂຍບາຍທີ່ກ່ຽວຂ້ອງກັບ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃຫ້ທົ່ວເຖິງພໍ່-ແມ່ປະຊາຊົນ, ກຸ່ມເປົ້າໝາຍ, ສະຖາບັນ, ໂຮງຈັກ-ໂຮງງານ, ໂຮງຮຽນ, ສະຖາບັນການສຶກສາ ແລະ ພາກສ່ວນອື່ນໆ ທີ່ເຫັນວ່າມີຄວາມຈໍາເປັນຕ້ອງເຜີຍແຜ່, ເອົາໃຈໃສ່ໃນການລົງຕິດຕາມ, ເກັບກໍາບັນດາສະຖິຕິຂອງພົນລະເມືອງ, ການເໜັງຕີງຂອງພົນລະເມືອງ, ອາຊີບ, ການຍົກຍ້າຍ, ການຂຶ້ນສໍາມະໂນຄົວຖືກຕ້ອງ ແລະ ກວດກາເອກະສານຢັ້ງຢືນຕ່າງໆທີ່ເຫັນວ່າຖືກຕ້ອງຕາມລະບຽບກົດໝາຍ.

ພ້ອມນີ້ ຈະສືບຕໍ່ໃນການຕິດຕາມ-ເກັບກໍາບັນດາເປົ້າໝາຍຄ້າ-ຂາຍ, ມົ້ວສຸມ-ເສບຢາເສບຕິດ ແລ້ວແບ່ງໃຫ້ແຕ່ລະພາກສ່ວນຕິດຕາມແຕ່ລະກຸ່ມເປົ້າໝາຍໃນການເຄື່ອນໄຫວ ເພື່ອແກ້ໄຂໃຫ້ທັນເວລາ, ສືບຕໍ່ຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ເພື່ອສຶກສາອົບຮົມປຸກລະດົມແນວຄິດໃຫ້ພໍ່-ແມ່ປະຊາຊົນ ແຕ່ລະຄອບຄົວ ເຂົ້າໃຈດ້ານວຽກງານສະກັດກັ້ນຕ້ານຢາເສບຕິດ, ຜົນຮ້າຍຂອງຢາເສບຕິດ, ສຶກສາອົບຮົມລູກຫຼານບໍ່ໃຫ້ພົວພັນກັບຢາເສບຕິດ ແລະ ຊ່ວຍເປັນຫູເປັນຕາຊ່ວຍພາກສ່ວນກ່ຽວຂ້ອງໃນການຕິດຕາມ ແລະ ລາຍງານ ຖ້າພົບເຫັນການລະເມີດລະບຽບກົດໝາຍ ຢ່າງວ່ອງໄວ. 

ສໍາລັບຜົນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ໃນໄລຍະທີ 1 ໄດ້ຈັດຕັ້ງປະຕິບັດຕາມມະຕິຄໍາສັ່ງແຕ່ລະຂັ້ນ ດ້ວຍການເຊື່ອມຊຶມ, ສຶກສາອົບຮົມໃນຖັນແຖວພະນັກງານ-ລັດຖະກອນ, ປະຊາຊົນ, ມີການຈັດກອງປະຊຸມວາງແຜນ ໃນຄະນະກໍາມະການຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ເພື່ອເຮັດໃຫ້ແຕ່ລະຝ່າຍ, ຄອບຄົວ, ບຸກຄົນມີຄວາມເຂົ້າໃຈກ່ຽວກັບ ວຽກງານປາບປາມສ້ຽນສັງຄົມ, ຂີ້ລັກງັດແງະ, ກໍ່ອາລະວາດຕີກັນ, ປຸ້ນຈີ້ຊີງຊັບພົນລະເມືອງ, ຊອກຮູ້ກຸ່ມເປົ້າໜາຍມົ້ວສຸມ ແລະ ຄ້າຂາຍຢາເສບຕິດລາຍນ້ອຍ-ລາຍໃຫຍ່ ແລະ ລູກແຫຼ່ງຕີນມືທີ່ມີການສົມຮູ້ຮ່ວມຄິດໃນການຊື້-ຂາຍຂົນສົ່ງ ທັງຮູບແບບອອນລາຍ, ການຮັບ-ຝາກ, ມີການໂຄສະນາທາງໂທລະໂຄ່ງ, ບໍ່ໃຫ້ຄອບຄົວ ແລະ ບຸກຄົນມີການເຄື່ອນໄຫວກະທໍາຜິດໃນສະຖານມົ້ວສຸມ ແລະ ເຄື່ອນໄຫວຄ້າຂາຍຢາເສບຕິດ, ຫຼິ້ນການພະນັນ-ເກມເປັນອາຈີນ.

ຄຽງຄູ່ກັນນັ້ນ, ຍັງໄດ້ເພີ່ມທະວີສ້າງບ້ານ ແລະ ໂຮງຮຽນປອດສິ່ງເສບຕິດ, ບ້ານ ປກສ ດີ, ບ້ານປອດຄະດີ ໂດຍມີການແວດລະວັງ ແລະ ປ້ອງກັນໄວລັດໂຄວິດ-1.

ຕະຫຼອດໄລຍະການຈັດຕັ້ງປະຕິບັດ ໄລຍະທີ 1 ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ ຢູ່ບັນດາໂຮງຮຽນແຫ່ງຕ່າງໆໃນທົ່ວແຂວງ 79 ຄັ້ງ, ອົງການຈັດຕັ້ງຊາວໜຸ່ມບ້ານ 11 ຄັ້ງ, ສືກສາອົບຮົມເປົ້າໜາຍມົ້ວສຸມຢາເສບຕິດໄດ້ 1.351 ຄົນ ຍິງ 10 ຄົນ, ມ້າງຄະດີຢາເສບຕິດໄດ້ 114 ເລື່ອງ, ກັກຜູ້ຖືກຫາໄດ້ 167 ຄົນ ຍິງ 11 ຄົນ, ຢຶດຂອງກາງຢາບ້າໄດ້ 186.608 ເມັດ, ຢາໄອ 10 ຖົງນ້ອຍ, ລົດໃຫຍ່ 24 ຄັນ, ລົດຈັກ 28 ຄັນ, ໂທລະສັບ 81 ໜ່ວຍ, ວັດຖຸສີເຫຼືອງຄ້າຍຄືຄໍາ 5 ບາດ 9 ສະຫຼືງ, ປືນແກັບ 4 ກະບອກ ແລະ ເງິນກີບ 300 ລ້ານກີບ.