ໃນວັນທີ 9 ມິຖຸນາ 2022, ແຂວງຄຳມ່ວນ ຈັດພິທີປິດບັ້ນຝຶກອົບຮົມ-ຫັດແອບວຽກງານສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ພະນັກງານການນຳຫຼັກແຫຼ່ງເປົ້າໝາຍ 3 ຊຸດທີ 1 ຂອງແຂວງ ປະຈຳປີ 2022, ໂດຍມີ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ຄະນະສະພາສຶກສາ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ພັອ ຄຳພາ ຕາງຊາຢຸດ ຫົວໜ້າການທະຫານ ກອງ ບັນຊາການທະຫານ ແຂວງຄຳມ່ວນ, ທ່ານ ທອງໄຊ ມັງໜໍເມກ ເຈົ້າເມືອງເຊບັ້ງໄຟ, ມີິຄະນະກົມການທະຫານທ້ອງຖິ່ນ, ສະພາສຶກສາ ປກຊ-ປກສ ແຂວງ, ຄະນະຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ, ຄະນະກອງບັນຊາການ ປກສ ເມືອງເຊບັ້ງໄຟ ເຂົ້າຮ່ວມ.

ໃນພິທີ, ພັທ ສົມພານ ເມືອງຈັນ ຮອງຫົວໜ້າຫ້ອງເສນາທິການທະຫານ ແຂວງຄຳມ່ວນ ກ່າວວ່າ:

ຊຸດຝຶກອົບຮົມຄັ້ງນີ້ ເລີ່ມແຕ່ວັນທີ 24 ພຶດສະພາ ເຖິງວັນທີ 9 ມິຖຸນາ 2022 ເປັນເວລາ 17 ວັນ, ມີສຳມະນາກອນເຂົ້າຮ່ວມຝຶກອົບຮົມຕົວຈິງ ຈຳນວນ 23 ສະຫາຍ ຍິງ 2 ສະຫາຍ, ແບ່ງອອກເປັນສອງພາກ ຄື: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ.

ເຊິ່ງພາກທິດສະດີ ແມ່ນຮຽນກ່ຽວກັບ ການສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ກຸ່ມບ້ານ, ຕາມດຳລັດວ່າດ້ວຍ ການຈັດຕັ້ງການເຄື່ອນຂອງກຳລັງກອງຫຼອນ ປກສ ບ້ານ, ກຸ່ມບ້ານ, ກຳລັງປ້ອງກັນພາຍໃນ ແລະ ກຳລັງປ້ອງກັນຕົວບາງທັດສະນະພື້ນຖານຂອງພັກຕໍ່ວຽກງານການທະຫານທ້ອງຖິ່ນ ໃນໄລຍະໃໝ່, ບາງບັນຫາກ່ຽວກັບການສະກັດກັ້ນ, ຕ້ານຍຸດທະສາດຫັນປ່ຽນໂດຍສັນຕິຂອງບັນດາອິດທິກຳລັງປໍລະປັກ, ບົດບາດທີ່ເປັນເສນາທິການຂອງບັນດາອົງການ, ພະແນກການ, ອົງການຈັດຕັ້ງມະຫາຊົນຂັ້ນເມືອງ ຕໍ່ວຽກງານປ້ອງກັນຊາດ, ພັດທະນາເສດຖະກິດ-ສັງຄົມ ຕິດພັນກັບວຽກງານ ປກຊ-ປກສ ຢູ່ຂັ້ນເມືອງ, ນະຄອນ, ກໍ່ສ້າງບໍລິເວນປ້ອງກັນ-ຈັ້ງທ່າ ຂັ້ນເມືອງ, ນະຄອນ, ຂະບວນການມະຫາຊົນປ້ອງກັນຄວາມສະຫງົບ ແລະ ກໍ່ສ້າງກຳລັງຮາກຖານປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປ້ອງກັນອາດຍາກຳ ແລະ ໄພສົງຄາມ ແລະ ເອກະສານເພີ່ມເຕີມອີກຈຳນວນໜຶ່ງ.

ຜ່ານການຝຶກອົບຮົມ-ຫັດແອບຕົວຈິງ ສາມາດປະເມີນຜົນໄດ້ຮັບທາງດ້ານພາກທິດສະດີ ແລະ ພາກການທະຫານ ແມ່ນ 95%. ການຝຶກອົບຮົມໃນຄັ້ງນີ້ ແມ່ນເລັງໃສ່ໃນການຈັດລະບຽບຮູບແຖວຂອງກອງທັບຈຳນວນໜຶ່ງ, ຈັງຫວະພຶ້ນຖານບຸກຄົນເຄື່ອນຍ້າຍທາງໜ້າສະໝາມ ແລະ ເອກະສານປະຫວັດຫຍໍ້, ສະມັດຕະພາບ, ຄຸນນະພາບການປະກອບສ້າງ, ພ້ອມທັງວິທີມ້າງປະກອບປືນ AK, ຫັດແອບເລັ່ງປືນ, ກວດກາທ່າຍິງ, ຍິງລູກປືນແທ້, ກວດກາທ່າຍິງຢູ່ສະໜາມຍິງປືນ; ເຊິ່ງຜ່ານການຝຶກອົບຮົມ-ຫັດແອບ ເຫັນວ່າ ບັນດາພະນັກງານຫຼັກແຫຼ່ງທີ່ໄດ້ຜ່ານການຝຶກ ແມ່ນສາມາດຮັບຮູ້ ແລະ ເຂົ້າໃຈຕໍ່ກັບບົດຮຽນຢ່າງເລິກເຊິ່ງ.

ໃນພິທີ, ໄດ້ມອບ-ຮັບໃບຍັ້ງຢືນໃຫ້ສຳມະນາກອນທີ່ຜ່ານການຝຶກອົບຮົມໃນຄັ້ງນີ້ ພ້ອມທັງມອບໃບຍ້ອງຍໍຕໍ່ບຸກຄົນທີ່ມີຜົນງານ, ເປັນກຽດມອບໃບຢັ້ງຢືນ ແລະ ໃບຍ້ອງຍໍໂດຍ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ຄະນະສະພາສຶກສາ ປກຊ-ປກສ ແຂວງຄໍາມ່ວນ.