ກອງບັນຊາການ ປກສ ແຂວງວຽງຈັນ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດທົ່ວກອງບັນຊາການ ປກສ ແຂວງ ຈຳນວນ 132 ສະຫາຍ ຕາມນະໂຍບາຍຂອງພັກ-ລັດ ທີ່ມີຕໍ່ນາຍຕໍາຫຼວດຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, ໂດຍມີ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາຈາກຫ້ອງ, ກອງພັນ, ຄ້າຍຄຸມຂັງດັດສ້າງ, ກອງບັນຊາການ ປກສ ເມືອງ ພ້ອມດ້ວຍພະນັກງານທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ພິທູນ ວົງສະຫວ່າງ ຮອງຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ຈຳນວນ 132 ສະຫາຍ ຍິງ 26 ສະຫາຍ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັຕ ຂຶ້ນ ພັທ 27 ສະຫາຍ
  • ຮອ ຂຶ້ນ ພັຕ 32 ສະຫາຍ ຍິງ 6 ສະຫາຍ
  • ຮທ ຂຶ້ນ ຮອ 83 ສະຫາຍ ຍິງ 20 ສະຫາຍ

ເປັນກຽດຂຶ້ນປະດັບຊັ້ນໂດຍ ພົຈວ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ.

ໃນພິທີ, ພົຈວ ປອ ທອງເຄນ ບຸນໝັ້ນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ແລະ ໄຊຊະນະຂອງບັນດາທ່ານ-ບັນດາສະຫາຍ ທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ຮຽກຮ້ອງໃຫ້ນາຍຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນໃຫ້ຫຼາຍຂຶ້ນກວ່າເກົ່າ, ເອົາໃຈໃສ່ສ້າງແບບແຜນນໍາພາ, ແບບແຜນວິທີເຮັດວຽກໃຫ້ທັນສະໄໝ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ຕາມທີ່ພັກ-ລັດການຈັດຕັ້ງ ແລະ ປະຊາຊົນມອບໜາຍໃຫ້. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນເລື້ອຍໆ.