ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນ ຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021, ພ້ອມທັງປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ແລະ ປະກາດນະໂຍບາຍພັກການ-ຮັບອຸດໜູນບໍານານ ໃນວັນທີ 10 ມິຖຸນາ 2022 ຜ່ານມາ, ໂດຍການເປັນປະທານຂອງ ສະຫາຍ ພັອ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ-ກອງບັນຊາການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ຕະຫຼອດຮອດນາຍຕຳຫຼວດທີ່ໄດ້ຮັບການຍ້ອງຍໍເລື່ອນຊັ້ນ ແລະ ຮັບນະໂຍບາຍພັກອຸດໜູນບໍານານ ເຂົ້າຮ່ວມ.

ສະຫາຍ ພັອ ຄໍາແພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປີ 2022 ວ່າ:

ຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ມີທັງໝົດ 39 ໜ່ວຍພັກ, 3 ຄະນະພັກຮາກຖານ ແລະ ມີ 3 ໜ່ວຍພັກຮາກຖານ, ມີສະມາຊິກພັກ 659 ສະຫາຍ ຍິງ 136 ສະຫາຍ

ໃນການຕີລາຄາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ບັນດາໜ່ວຍພັກ ໄດ້ເປີດກອງປະຊຸມດໍາເນີນຊີວິດການເມືອງພາຍໃນໜ່ວຍພັກຂອງຕົນ, ເຊື່ອມຊຶມເອກະສານທີ່ສໍາຄັນ ເຊັ່ນ: ຄໍາສັ່ງຂອງກົມການເມືອງສູນກາງພັກ, ຄໍາສັ່ງຂອງຄະນະປະຈໍາພັກແຂວງ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍ ການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຂຽນໃບສໍາຫຼວດ, ການຕໍານິສົ່ງຂ່າວໝູ່ຄະນະ, ຕີລາຄາຄຸນະພາບໜ່ວຍພັກ, ສະມາຊິກພັກ, ຈັດແບ່ງປະເພດໜ່ວຍພັກ, ສະມາຊິກພັກ ແລະ ຈັດແບ່ງປະເພດຕົນເອງ ຢ່າງພາ ວະວິໃສ ແລະ ຖືກກັບຕົວຈິງ.

ຜ່ານການທາບທາມລົງຄະແນນຈັດແບ່ງປະເພດ ຈໍານວນ 659 ສະຫາຍ ຍິງ 136 ສະຫາຍ ແມ່ນສາມາດຈັດປະເພດສະມາຊິກພັກໄດ້ດັ່ງນີ້,

  • ແຂງ 625 ສະຫາຍ ຍິງ 133 ສະຫາຍ
  • ປະເພດກາງ 14 ສະຫາຍ ຍິງ 1 ສະຫາຍ
  • ປະເພດອ່ອນ 1 ສະ ຫາຍ
  • ບໍ່ໄດ້ຈັດປະເພດ 19 ສະຫາຍ ຍິງ 2 ສະຫາຍ (ເຫດຜົນແມ່ນຍ້ອນເປັນສະມາຊິກພັກໃໝ່, ລາພັກປິ່ນປົວຍາວນານ)

ພ້ອມທັງຈັດແບ່ງປະເພດໜ່ວຍພັກ ດັ່ງນີ້:

  • ໜ່ວຍພັກແຂງ 31 ໜ່ວຍ
  • ໜ່ວຍພັກກາງ 6 ໜ່ວຍ
  • ບໍ່ໄດ້ຈັດ 2 ໜ່ວຍ ເປັນໜ່ວຍພັກສ້າງຕັ້ງໃໝ່

ຫຼັງຈາກນັ້ນ, ສະຫາຍ ພັທ ອວດ ວົງໄຊ ຄະນະພັກກອງບັນຊາການ ເລຂາຄະນະພັກຮາກຖານ ຫົວໜ້າຫ້ອງການເມືອງ ໄດ້ຜ່ານມະຕິຕົກລົງວ່າດ້ວຍ ການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ເຊິ່ງໄດ້ຮັບຮອງເອົາ 31 ໜ່ວຍພັກ ອ້ອມຂ້າງ ກອງບັນຊາການ ປກສ ແຂວງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ພ້ອມທັງໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈໍານວນ 74 ສະຫາຍ ຍິງ 8 ສະຫາຍ ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 5 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 12 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 57 ສະຫາຍ ຍິງ 8 ສະຫາຍ

ນອກນີ້, ກໍໄດ້ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕໍາຫຼວດ ຜູ້ທີ່ຮອດກະສຽນອາຍຸເຂົ້າຮັບເງິນອຸດໜູນບໍານານ ຕາມນະໂຍບາຍຂອງພັກ-ລັດທີ່ມີຕໍ່ກໍາລັງປ້ອງກັນຄວາມສະຫງົບ.

ໃຮກອງປະຊຸມ, ສະຫາຍ ພັອ ກົງຈັນ ໄຊປັນຍາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາໜ່ວຍພັກ ທີ່ໄດ້ຮັບນາມມະຍົດເປັນໜ່ວຍພັກແຂງ, ຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບນະໂຍບາຍຍ້ອງຍໍ, ເລື່ອນຊັ້ນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ກັບພະນັກງານ ທີ່ໄດ້ຮັບນະໂຍບາຍພັກການ-ຮັບອຸດໜູນບໍານານ ທີ່ສາມາດຮັດສໍາເລັດໜ້າທີ່ຕາມ ການມອບໝາຍຂອງພັກ-ລັດຂັ້ນເທິງ.

ຄຽງຄູ່ກັນນີ້, ສະຫາຍຍັງໄດ້ເນັ້ນຫຼາຍບັນຫາທີ່ຈະຕ້ອງປັບປຸງແກ້ໄຂຕໍ່ໜ້າ ເຊັ່ນ: ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ 3 ທາດແທ້ ແລະ 7 ມູນເຊື້ອຂອງກໍາລັງປ້ອງກັນຄວາມສະຫງົບ, ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ສໍາເລັດ ຕາມ 4 ແຜນງານໃຫຍ່ ແລະ 41 ໂຄງການ ທີ່ກະຊວງ ປກສ ວາງອອກ, ສືບຕໍ່ຈັດຕັ້ງປະຕິບັດ 9 ຫົວຂໍ້ ສໍາມະນາວິທະຍາສາດ, ແກ້ໄຂບັນຫາ 4 ເຖື່ອນ ທີ່ທາງແຂວງບໍລິຄໍາໄຊ ວາງອອກ, ສຸມໃສ່ຕ້ານ, ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ນັບມື້ນັບຫຼຸດໜ້ອຍຖອຍລົງ ແລະ ເພີ່ມທະວີຈັດຕັ້ງຜັນຂະຫຍາຍ ວາລະແຫ່ງຊາດ ວ່າດ້ວຍ ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອເຮັດໃຫ້ບັນຫາຢາເສບຕິດ ແຂວງບໍລິຄໍາໄຊ ໝົດໄປເທື່ອລະກ້າວ.

ນອກຈາກນີ້, ກໍໃຫ້ເອົາໃຈໃສ່ກໍ່ສ້າງປັບປຸງຄຸນນະພາບຂອງສະມາຊິກພັກ ແລະ ພະນັກງານ-ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສີນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດ, ຕອບສະໜອງໄດ້ໜ້າທີ່ວຽກງານ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເອົາໃຈໃສ່ປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຊໍານິຊໍານານດ້ານວຽກງານວິຊາສະເພາະ ແລະ ມີລະບຽບວິໄນຢ່າງເຂັ້ມງວດ, ພ້ອມກັນສຸມໃສ່ເຮັດວຽກງານປ້ອງກັນຄວາມສະຫງົບ ເພື່ອແນໃສ່ເຮັດໃຫ້ແຂວງ ມີສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເລື້ອຍໆ.