ພິທີເປີດຊຸດຝຶກອົບຮົມພັດທະນາຂີດຄວາມສາມາດ ໃຫ້ເຈົ້າໜ້າທີ່ຕຳຫຼວດກວດກາ ແລະ ຄວບຄຸມຢາເສບຕິດ ແຂວງອຸດົມໄຊ ແລະ ແຂວງຈຳປາສັກ ກ່ຽວກັບ ວຽກງານວິໄຈຢາເສບຕິດ ແລະ ສານເຄມີ ໄດ້ຈັດຂຶ້ນໃນອາທິດຜ່ານມາ ຢູ່ທີ່ຫ້ອງປະຊຸມພະແນກກວດກາ ແລະ ຄວບຄຸມຢາເສບຕິດ ປກສ ແຂວງອຸດົມໄຊ.

ໂດຍມີ ພັອ ອິນປົງ ຈັນທະວົງສາ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ, ພັອ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ ແລະ ທ່ານ ວິໄຊ ໄຊມົງຄົນ ເລຂາທິການສຳນັກງານປ້ອງກັນ ແລະ ປາບປາມຢາເສບຕິດ ແຫ່ງຣາຊະອານາຈັກໄທ, ມີບັນດາວິທະຍາກອນຈາກພາກສ່ວນກ່ຽວຂ້ອງ ພ້ອມດ້ວຍສຳມະນາກອນ ແຂວງອຸດົມໄຊ ແລະ ແຂວງຈຳປາສັກ ເຂົ້າຮ່ວມ.

ໃນພິທີ, ພັອ ອິນປົງ ຈັນທະວົງສາ ໄດ້ກ່າວວ່າ:

ໃນໄລຍະຜ່ານມາ, ລາວ-ໄທ ໄດ້ມີການພົວພັນຮ່ວມມືດ້ວຍຄວາມຮັບຜິດຊອບສູງເຂົ້າໃນການກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເພື່ອກຽມຄວາມພ້ອມດ້ານຕ່າງໆ ເວົ້າລວມ, ເວົ້າສະເພາະ ແມ່ນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ ເລີ່ມແຕ່ປີ 2021-2023 ໂດຍເລີ່ມແຕ່ສູນກາງຮອດທ້ອງຖິ່ນ ລວມທັງການຮ່ວມມືກັບບັນດາປະເທດທີ່ມີຊາຍແດນຕິດຈອດກັນ ເພື່ອປຶກສາຫາລື ແລະ ແລກປ່ຽນຂໍ້ມູນ-ຂ່າວສານຮ່ວມກັນຢ່າງເປັນປົກກະຕິ.

ຊຸດຝຶກອົບຮົມໃນຄັ້ງນີ້ ປະກອບມີຫຼາຍເນື້ອໃນເອກະສານທີ່ເປັນພື້ນຖານຄວາມຮູ້ກ່ຽວກັບ ວຽກງານວິໄຈຢາເສບຕິດ ແລະ ສານເຄມີ, ເຊິ່ງມີເນື້ອໃນຂັ້ນຕອນ ຄື:

ການກະກຽມຕົວຢ່າງຢາເສບຕິດແຕ່ລະປະເພດ, ການປະຕິບັດດ້ວຍເຄື່ອງ GC/MS ແລະ ການວິເຄາະທີ່ມີຄຸນນະພາບ, ການບຳລຸງຮັກສາເຄື່ອງ GC/MS, ການກະກຽມນ້ຳຢາທົດສອບປະຕິກິລິຍາການເກີດສີ (ການທົດສອບເບື້ອງຕົ້ນ), ການວິເຄາະວິໄຈທີ່ບໍ່ຮູ້ສານ ແລະອື່ນໆອີກ.

ຜ່ານການຝຶກອົບຮົມ ໄດ້ມີການບັນລະຍາຍພາກທິດສະດີ ແລະ ມີການສາທິດວິໄຈຕົວຈິງໄປພ້ອມກັບການສົນທະນາ ແລະ ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນຢ່າງກົງໄປກົງມາ ເພື່ອນໍາເອົາເນື້ອໃນຄວາມຮູ້ທີ່ໄດ້ຮັບການຝຶກອົບຮົມຄັ້ງນີ້ ນຳໄປໝູນໃຊ້ໃຫ້ແທດເໝາະກັບການປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ໄດ້ຮັບຜົນດີ ແລະ ຍັງຈະເປັນການປະກອບສ່ວນຢ່າງໃຫຍ່ຫຼວງຊ່ວຍຍົກລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ຝ່າຍລາວ ໃນການວິໄຈຢາເສບຕິດ ແລະ ສານເຄມີຢ່າງຖືກຕ້ອງ ແລະ ມີວິທະຍາສາດ.

ໂດຍຊຸດຝຶກອົບຮົມຄັ້ງນີ້ ໄດ້ດຳເນີນເປັນເວລາ 5 ວັນ ກໍໄດ້ສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.