ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບສູນກາງຊາວ ໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດກອງປະຊຸມສໍາມະນາວິທະຍາສາດໃນຫົວຂໍ້” ແນວຄິດໄກສອນ ພົມວິຫານ” ໃນວັນທີ 14 ມິຖຸນາ 2022, ເຂົ້າຮ່ວມມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາສະພາທິດສະດີສູນກາງພັກ, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ມີຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເລຂາ, ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ, ຫົວໜ້າ-ຮອງກົມ, ພະແນກ, ຕາງໜ້າຊາວໜຸ່ມບັນດາກະຊວງ ເຂົ້າຮ່ວມ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ກ່າວວ່າ: ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ ແລະ ນໍາພາວຽກງານອົງການຈັດຕັ້ງມະຫາຊົນເວົ້າລວມ, ເວົ້າສະເພາະ ແມ່ນອົງການຈັດຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຍາມໃດເພີ່ນກໍໄດ້ເອົາໃຈ ໃສ່ຢ່າງຈົດຈໍ່ຕໍ່ກັບວຽກງານດັ່ງກ່າວ ເພິ່ນຖືວ່າຊາວໜຸ່ມແມ່ນພາກສ່ວນໜຶ່ງທີ່ສໍາຄັນໃນດ້ານວຽກງານປະຕິວັດ ຕະຫຼອດ ໄລຍະປະຫວັດສາດ-ສັງຄົມມະນຸດບໍ່ວ່າສັງຄົມໃດກໍຕາມຊາວໜຸ່ມແມ່ນກໍາລັງຕົ້ນ ຕໍໃນທຸກວຽກງານ, ເຊິ່ງມີຄວາມໝາຍ ຕັດສິນຊະຕາກໍາ ແລະ ອະນາຄົດໃນທຸກສະໄໝ ບໍ່ວ່າຊາດໃດ, ບໍ່ວ່າຢູ່ປະເທດໃດ, ຊາວໜຸ່ມກໍເປັນກໍາລັງຫຼວງ ແລະ ເຂັ້ມ ແຂງກວ່າເພິ່ນໝົດ. ດັ່ງນັ້ນ, ຊາວໜຸ່ມ ຈຶ່ງເປັນຜູ້ແບກຫາບສຸດທີ່ໜັກກວ່າເພິ່ນຂອງໜ້າທີ່ປະຫວັດສາດຂອງຊາດນັ້ນ, ຂອງສະໄໝນັ້ນ ເຊິ່ງປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: ບົດບາດປະຫວັດ ສາດຂອງສະມາຊິກຊາວໜຸ່ມແມ່ນໜັກ ໜ່ວງ ແລະ ສໍາຄັນທີ່ສຸດ ແຕ່ພ້ອມກັນນັ້ນກໍມີກຽດສະຫງ່າງາມທີ່ສຸດ, ເພາະວ່າຊາວໜຸ່ມໃນປັດຈຸບັນບໍ່ພຽງແຕ່ເຮັດໜ້າທີ່ຕໍ່ຊາດ ມັນຍັງມີໜ້າທີ່ຕໍ່ສາກົນອີກຕື່ມ.

ນອກນັ້ນ, ແນວຄິດ ໄກສອນ ພົມວິຫານ ກ່ຽວກັບການກໍ່ສ້າງ, ບໍາລຸງຖັນແຖວພະນັກງານຊາວໜຸ່ມ ໄດ້ຍົກໃຫ້ເຫັນເນື້ອໃນອັນອຸດົມສົມບູນ, ຊີ້ນໍາການເຄື່ອນໄຫວຕົວຈິງຂອງວຽກງານຊາວໜຸ່ມ ແລະ ບົດບາດອັນສໍາຄັນຂອງຊາວໜຸ່ມ ທີ່ໄດ້ປະກອບສ່ວນເຂົ້າໃນທຸກຂົງເຂດວຽກງານ, ເຫັນແຈ້ງຄວາມຈໍາເປັນ, ການເລັ່ງທວງໃຫ້ເພີ່ມທະວີປຸກລະດົມນໍ້າໃຈອາ ສາສະໝັກຂອງກໍາລັງຊາວໜຸ່ມໃນສາ ຂາອາຊີບໃນຂອບເຂດທົ່ວປະເທດໃຫ້ມີນໍ້າໃຈເສຍສະຫຼະສູງກວ່າເກົ່າກຽມພ້ອມ ຕະລຸມບ່ອນໃນເວລາທີ່ປະເທດຊາດຮຽກຮ້ອງຕ້ອງການໃຫ້ສົມກັບກໍາລັງປະຈັນບານເປັນແຂນຂວາທີ່ໄວ້ເນື້ອເຊື້ອ ໃຈຂອງພັກສົມກັບຄໍາຂວັນທີ່ວ່າ “ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່ານ ເມື່ອຊາດຕ້ອງການຊາວໜຸ່ມຂານອາສາ ”.