ອົງການໄອຍະການ ປະຊາຊົນສູງສຸດ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງຣາຊະອານາ ຈັກລຸກຊໍາບວກ ໄດ້ຈັດຝຶກອົບ ຮົມສ້າງຄວາມເຂັ້ມແຂງກ່ຽວກັບວຽກງານອະໄພຍະໂທດໃຫ້ກອງເລຂາ ຄະນະກຳມະການອະໄພຍະໂທດຂັ້ນສູນກາງ ແລະ ທ້ອງຖິ່ນ ໃນລະຫວ່າງວັນທີ 15-17 ມິ ຖຸນາ 2022 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ບຸນທັນ ບຸນທະວິໄລ ຫົວໜ້າກອງເລຂາ ຄະນະກໍາ ມະການອະໄພຍະໂທດລະດັບຊາດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ຈອນ ຄອນນໍລີ ຜູ້ອໍານວຍການສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການແຫ່ງຣາຊະອານາຈັກລຸກຊໍາບວກ, ມີວິທະຍາກອນ, ຜູ້ຊ່ຽວຊານອົງການເອວສະຕາ, ອົງການໄອຍະການປະຊາຊົນສູງສຸດ, ຫົວໜ້າ-ຮອງກົມ, ຫົວໜ້າ-ຮອງພະແນກກອງເລ ຂາ ຄະນະກໍາມະການອະໄພຍະໂທດ ລະດັບຊາດ, ນັກສຳມະນາກອນທີ່ມາຈາກກອງເລຂາ ຄະນະກໍາມະການອະໄພຍະໂທດລະດັບຊາດກະຊວງປ້ອງກັນປະເທດ, ກະຊວງປ້ອງ ກັນຄວາມສະຫງົບ, ອົງການໄອຍະການປະຊາຊົນແຂວງໄຊສົມ ບູນ, ແຂວງວຽງຈັນ, ແຂວງຊຽງ ຂວາງ, ແຂວງບໍລິຄຳໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ບຸນທັນ ບຸນທະວິໄລ ກ່າວວ່າ: ເອກະສານທີ່ນຳມາເຜີຍແຜ່ໃນຊຸດຝຶກ ອົບຮົມມີ 6 ເອກະສານຄື: ບົດຮຽນກ່ຽວກັບວຽກງານຄ້າຍຄຸມຂັງ-ດັດສ້າງຂອງ ສາກົນ; ລັດຖະບັນຍັດຂອງປະທານປະ ເທດ ວ່າດ້ວຍການໃຫ້ອະໄພຍະໂທດສະ ບັບປີ 2018; ຄໍາແນະນໍາກ່ຽວກັບການ ຈັດຕັ້ງປະຕິບັດລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ສະບັບເລກທີ 016/ຄອຊ, ລົງ ວັນທີ 24 ເມສາ 2018; ຄໍາແນະນໍາກ່ຽວ ກັບການນໍາໃຊ້ຮ່າງແບບຟອມຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ສະບັບເລກທີ 012/ຄອຊ.ກລຂ, ລົງວັນທີ 6 ເມສາ 2018; ຄໍາແນະນໍາກ່ຽວ ກັບການຄົ້ນຄວ້າອະໄພຍະໂທດໃຫ້ນັກໂທດທີ່ຢູ່ຄ້າຍຄຸມຂັງປະຈໍາພາກ ທີ່ຂຶ້ນກັບການຄຸ້ມຄອງບັນຊາຂອງກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງປ້ອງ ກັນຄວາມສະຫງົບສະບັບເລກທີ 05/ຄອຊ.ກລຂ, ລົງວັນທີ 8 ກຸມພາ 2022; ສໍານວນຂອງການສະເໜີອະໄພຍະໂທດ ( ຮ່າງແບບຟອມບັນຊີຫຼຸດຜ່ອນໂທດ ແລະ ປ່ອຍຕົວ, ຮ່າງ ແຜນການເພື່ອສະເໜີງົບປະມານ, ຮ່າງໃບຄໍາຮ້ອງຂໍອະໄພຍະໂທດ, ຮ່າງປະຫວັດນັກໂທດ, ຮ່າງໃບຢັ້ງຢືນກ່ຽວກັບຜົນງານຂອງນັກໂທດ, ຮ່າງບົດບັນທຶກສືບຕໍ່ໃຊ້ແທນຄ່າເສຍຫາຍ ແລະ ຄ່າປັບໃໝ ແລະ ເອກະສານອື່ນໆ.

ໃນໂອກາດດຽວກັນນີ້, ທ່ານ ບຸນທັນ ບຸນທະວິໄລ ຍັງໄດ້ຊີ້ນຳ ແລະ ເນັ້ນຕໍ່ຜູ້ທີ່ເຂົ້າຮ່ວມຝຶກອົບຮົມເອົາໃຈໃສ່ໃນການແລກປ່ຽນບົດຮຽນ ພ້ອມທັງຖອດຖອນທາງດ້ານປະສົບການນໍາຄູ-ອາຈານ, ຜູ້ເຂົ້າຮ່ວມດ້ວຍກັນ ເພື່ອຜັນຂະຫຍາຍກຳແໜ້ນບົດຮຽນ ແລະ ພ້ອມທັງນໍາໄປຈັດຕັ້ງເຂົ້າໃນການປະຕິບັດວຽກງານດັ່ງກ່າວ ພ້ອມທັງເພີ່ມທະວີສືບຕໍ່ການໂຄສະນາເຜີຍແຜ່ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດໃຫ້ມີລັກສະນະກວ້າງຂວາງ ແລະ ມີຄວາມສະເໝີພາບ, ການປະສານສົມທົບເພື່ອສ້າງກົນໄກຮ່ວມກັບເຈົ້າໜ້າທີ່ຄ້າຍຄຸມຂັງ-ດັດສ້າງ, ຊີ້ນໍາ-ນໍາພາໃນການຄຸ້ມຄອງ ແລະ ການສຶກສາອົມຮົມນັກໂທດ ໂດຍອີງໃສ່ການຄັດເລືອກຈັດແບ່ງປະເພດດັດສ້າງຂອງນັກໂທດຮ່ວມກັນກັບອົງການໄອຍະການປະຊາ ຊົນ ແຕ່ລະຂັ້ນໃນຂອບເຂດຄວາມຮັບຜິດຊອບຂອງຕົນມີຄວາມເປັນເອກະພາບ, ໃຫ້ຖືກຕ້ອງຕາມລັດຖະບັນຍັດ ແລະ ມີຜົນສໍາເລັດຢ່າງຈົບງາມ.