ເວລາປະມານ 16:30 ໂມງ ຂອງວັນ ທີ 14 ມິຖຸນາ 2022, ເກີດອຸບັດຕິເຫດລົດບັນທຸກ 10 ລໍ້ ເສຍຫຼັກຕຳລົດຈັກ ຕໍາລົດຖີບ ກ່ອນຕໍາຮ້ານຂາຍເຄື່ອງຂອງປະຊາຊົນທະລຸຝາຮ້ານ ຈໍານວນ 3 ຮ້ານ ສົ່ງຜົນເຮັດໃຫ້ຄົນເສຍຊີວິດຄາທີ່ 3 ຄົນ ແລະ ໄດ້ຮັບບາດເຈັບ 3 ຄົນ ຢູ່ເສັ້ນທາງບໍ່ໂອ ເຂດບ້ານຖິ່ນເພຍ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ລາຍງານວ່າ: ກ່ອນເກີດເຫດ ທ້າວ ພັນ ອາຍຸ 30 ປີ ຢູ່ບ້ານສະຫວ່າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຂັບລົດບັນທຸກ ໝາຍເລກທະບຽນ ບຂ 0496 ຂັບຂີ່ ມາແຕ່ບ້ານທ່າແຂກ ໄປຕາມເສັ້ນທາງບໍ່ໂອ ມຸ່ງໜ້າໄປບ້ານຫ້ອມ ດ້ວຍຄວາມໄວ ພໍຮອດຈຸດເກີດເຫດລົດໄດ້ເສຍຫຼັກຕໍາເອົາລົດຈັກ ໝາຍເລກທະບຽນ ດອ 7876 ພ້ອມຜູ້ຂັບຊື້ ນາງ ໂຕຢຸນ ອາຍຸ 20 ປີ ນັກສຶກສາ ຢູ່ບ້ານທົ່ງກາງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທີ່ຈອດຊື້ເຄື່ອງຢູ່ແຄມທາງ, ກ່ອນຕໍາລົດຖີບ ພ້ອມທັງຜູ້ຖີບຊື່ ນາງ ອາຍຸ 70 ປີ ອາຊີບປະຊາຊົນບ້ານຖິ່ນເພຍ ເມືອງຫາດຊາຍຟອງ ແລ້ວຕໍາເຂົ້າຝາຮ້ານຂາຍເຄື່ອງຂອງປະຊາຊົນ.

ຕໍ່ກັບເຫດການດັ່ງກ່າວນີ້, ສົ່ງຜົນເຮັດໃຫ້ຮ້ານຂາຍເຄື່ອງເປ່ເພ 3 ຫຼັງ, ລົດຈັກ 2 ຄັນ, ລົດຖີບ 1 ຄັນ, ຄົນໄດ້ຮັບບາດ ເຈັບ 3 ຄົນ ແລະ ສົ່ງຜົນເຮັດໃຫ້ມີຜູ້ເສຍ ຊີວິດ 3 ຄົນຄື: ນາງ ໂຕຢຸນ ຜູ້ຂັບຂີ່ລົດຈັກ, ນາງ ນາງ ຜູ້ຂັບຂີ່ລົດຖີບ ແລະ ທ້າວ ມັນ ຜູ້ຂັບຂີ່ລົດບັນທຸກ 10 ລໍ້ ເສຍຊີວິດຄາທີ່; ປັດຈຸບັນ, ເຈົ້າໜ້າທີ່ີກ່ຽວຂ້ອງ ພວກເລັ່ງເກັບກໍາຂໍ້ມູນຫຼັກຖານ ເພື່ອປະກອບສໍານວນຄະດີຕາມລະບຽບກົດໝາຍ.