ກົມໃຫຍ່ພະລາທິການ ກະຊວງ ປກສ ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງລາວ ໄດ້ຮ່ວມກັນຈັດຕັ້ງເຜີຍແຜ່ຄວາມຮູ້ກ່ຽວກັບການບໍລິຈາກເລືອດໃຫ້ພະນັກງານ-ນັກຮົບອ້ອມຂ້າງກົມໃຫຍ່ພະລາທິການ ໃນທ້າຍອາທິດຜ່ານມາ, ເຂົ້າຮ່ວມໂດຍ ພົຈວ ທອງສຸກ ຍ່າເອີລາວລີ ຮັກສາການຫົວໜ້າກົມໃຫຍ່ພະລາທິການ ປກສ ແລະ ທ່ານ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ, ມີບັນດາຄະນະພັກ-ຄະ ນະນໍາກົມ, ຫ້ອງ, ກອງ, ໂຮງໝໍ 5 ເມສາ, 3 ອົງການຈັດຕັ້ງມະຫາຊົນ, ພະນັກງານກ່ຽວຂ້ອງຈາກສູນເລືອດແຫ່ງຊາດ ເຂົ້າ ຮ່ວມ.

ໃນພິທີ ທ່ານ ດຣ ຈັນທະລາ ສຸກ ສາຄອນ ໄດ້ເຜີຍແຜ່ຄວາມຮູ້ກ່ຽວກັບການບໍລິຈາກເລືອດ ວ່າ: ເລືອດແມ່ນທາດແຫຼວອັນໜຶ່ງທີ່ໄຫຼວຽນທົ່ວຮ່າງກາຍຂອງຄົນເຮົາ, ເລືອດປະກອບດ້ວຍ 2 ພາກສ່ວນ ຄື: ພາກສ່ວນທີ່ເປັນນໍ້າ ແລະ ພາກສ່ວນທີ່ເປັນຈຸລັງ ໃນຮ່າງກາຍຂອງຄົນເຮົາປົກກະຕິແມ່ນມີເລືອດ 80 CC ຕໍ່ 1 ກິໂລນໍ້າໜັກ, ຄົນເຮົາມີໝວດເລືອດທີ່ສໍາຄັນຢູ່ 2 ລະບົບ ຄື: ໝວດ ເລືອດລະບົບ ABO ແບ່ງອອກເປັນ 4 ໝວດ ຄື: O, B, A, AB ແລະ ໝວດ ເລືອດລະບົບ Rhesus ( Rh ) ມີ 2 ໝວດສໍາຄັນ ຄື: ໝວດ Rhesus ( + ), ໝວດ Rhesus ( – ).

ເລືອດແມ່ນມີຄວາມສໍາຄັນ ແລະ ຈໍາເປັນເພາະເລືອດບໍ່ມີໂຮງງານຜະລິດ, ບໍ່ສາມາດຫາສານອື່ນໆມາທົດແທນໄດ້, ສະນັ້ນ ຕ້ອງໄດ້ອາໄສເພື່ອນມະນຸດນຳ ກັນເພື່ອມາບໍລິຈາກໃຫ້ເພາະຍັງມີຫຼາຍໆຊີວິດທີ່ຍັງຕ້ອງການເລືອດເພື່ອຄວາມຢູ່ລອດຍ້ອນຫຼາຍສາເຫດ ເປັນຕົ້ນແມ່ນຄົນເຈັບທີ່ຖືກກະທົບຍ້ອນອຸບັດຕິເຫດ, ແມ່ຍິງຖືພາອອກລູກຜິດປົກກະຕິ, ພະຍາດຂາດເລືອດ, ຄົນເຈັບຜ່າຕັດ, ຄົນເຈັບເປັນມະເຮັງ, ໄຂ່ຫຼັງຊຸດໂຊມທັງ 2 ເບື້ອງ ແລະອື່ນໆ.