ໃນອາທິດຜ່ານມານີ້, ຫ້ອງການເມືອງ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຈັດພິທີມອບ-ຮັບເງິນນະໂຍບາຍອຸດໜູນບຳເນັດໃຫ້ພະນັກງານ-ນັກຮົບ ທີ່ອອກສ້າງເສດຖະກິດຄອບຄົວ, ເຂົ້າຮ່ວມໂດຍ ພັທ ພູນເພັດ ເຫຼົາອີນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ມີຄະນະພະແນກນະໂຍບາຍປະກັນສັງຄົມ ພ້ອມດ້ວຍພະນັກງານວິຊາສະເພາະ ເຂົ້າຮ່ວມ.

+ ພັທ ພູນເພັດ ເຫຼົາອີນ ກ່າວວ່າ:

ເພື່ອປະຕິບັດຕາມຂໍ້ຕົກລົງຂອງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ ສະບັບເລກທີ 958/ກມປສ, ລົງວັນທີ 9 ມີນາ 2022 ວ່າດ້ວຍ ການອານຸມັດໃຫ້ ສະຫາຍ ຮທ ຄຳວົງ ໄຊຍະວົງ ອາຍຸ 39 ປີ ພະນັກງານວິຊາການ ສັງກັດຢູ່ພະແນກບໍລິຫານສັງລວມ ຫ້ອງການກອງບັນຊາການ ປກສ ແຂວງ ອອກສ້າງເສດຖະກິດຄອບຄົວ ເຫດຜົນຍ້ອນສຸຂະພາບບໍ່ແຂງແຮງ ລວມອາຍຸການປະຕິວັດ 14 ປີ, ໄດ້ຮັບເງິນນະໂຍບາຍບຳເນັດອອກສ້າງເສດຖະກິດຄອບຄົວ 42.565.593 ກີບ.

ໂອກາດດຽວກັນນັ້ນ, ພັທ ພູນເພັດ ເຫຼົາອີນ ໄດ້ກ່າວສະແດງຄຳຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ສະຫາຍໄດ້ປະກອບສ່ວນທາງດ້ານເຫື່ອແຮງສະຕິປັນຍາ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ໝູນໃຊ້ເງິນນະໂຍບາຍຈຳນວນດັ່ງກ່າວ ເຂົ້າໃນການສ້າງເສດຖະກິດຄອບຄົວໃຫ້ເກີດປະໂຫຍດ.