ລັດຖະບານ ກໍຄື: ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກໍານົດຫຼາຍນິຕິກໍາ ແລະ ວາງມາດຕະການຕ່າງໆອອກມາ ເປັນແຕ່ລະໄລຍະ ເຮັດໃຫ້ສະພາບລາຄາສິນຄ້າໃນທ້ອງຕະຫຼລາດຢູ່ຂອບເຂດທົ່ວປະເທດບໍ່ໃຫ້ມີການເໜັງຕີງແຮງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໂດຍຈະນຳໃຊ້ກອງທຶນຄັງແຮເຂົ້າເພື່ອແຊກແຊງລາຄາເຂົ້າສານ ຫຼື ຂາຍໃນລາຄາແຊກແຊງ ໃນເວລາທີ່ລາຄາເຂົ້າສານມີການເໜັງຕີງຂຶ້ນສູງ ເກີນເພດານທີ່ລັດກໍານົດໃຫ້; ພ້ອມທັງຕິດຕາມ, ກວດກາລາຄາສິນຄ້າຕາມທ້ອງຕະຫຼາດເປັນປະຈຳວັນ ເພື່ອຮັບປະກັນການເໜັງຕີງຂອງລາຄາໃຫ້ໄປຕາມກົນໄກຕະຫຼາດ ແລະ ປ້ອງກັນການສວຍໂອກາດທຸກຮູບແບບ.

ທ່ານ ນາງ ຈັນສຸກ ແສງພະຈັນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຊີ້ແຈງໃນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 16 ມິຖຸນາ 2022 ນີ້ວ່າ: ສຳລັບມາດຕະການຄຸ້ມຄອງ, ກວດກາ ແລະ ແກ້ໄຂສະພາບການເໜັງຕີງລາຄາສິນຄ້າໃນປັດຈຸບັນ, ລັດຖະບານ ໄດ້ກຳນົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍ; ດັດສົມການສະໜອງ ແລະ ຄວາມຕ້ອງການ ຫຼື ແຜນດຸ່ນດ່ຽງ ເພື່ອໃຫ້ການສະໜອງພຽງພໍກັບຄວາມຕ້ອງການຂອງສັງຄົມ, ທັງປ້ອງກັນບັນຫາສິນຄ້າຂາດແຄນ ແລະ ສວຍໂອກາດກັກຕຸນ ແລະ ຂຶ້ນລາຄາ; ນຳໃຊ້ເຄື່ອງມືດ້ານນິຕິກຳ ເປັນຕົ້ນແມ່ນນໍາໃຊ້ມາດຕະການພາຍໃຕ້ ດຳລັດ474/ນຍ, ລົງວັນທີ 18 ພະຈິກ 2010 ເຊິ່ງເປັນເຄື່ອງມືທາງດ້ານນິຕິກຳ ທີ່ສຳຄັນໃນການຄຸ້ມຄອງລາຄາສິນ ຄ້າ.

ສຳລັບມາດຕະການ ແລະ ວິທີແກ້ໄຂໃນຕໍ່ໜ້າກະຊວງອຸດສາຫະກຳ ແລະ ການຄ້າສະເໜີ ໃຫ້ຂະແໜງການທີ່ກ່ຽວຂ້ອງ ໂດຍສະເພາະຂະແໜງກະສິກຳ ແລະ ປ່າໄມ້ ຕ້ອງເປັນເຈົ້າການໃນການກຳນົດຕົ້ນທຶນ ແລະ ຄຸ້ມຄອງລາຄາການຜະລິດ ໂດຍສະເພາະຕົ້ນທຶນການຜະລິດ ທີ່ຕິດພັນກັບການປູກ ແລະ ການລ້ຽງສັດ; ທຸກຂະແໜງການ ທີ່ຢູ່ໃນຄະນະ 71/ນຍ ຕ້ອງເປັນເຈົ້າການໃນການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ນອນຢູ່ໃນບັນຊີຄວບ ຄຸມລາຄາ (ບັນຊີ ກ) ແລະ ຊີ້ນຳສາຍຕັ້ງຂອງຕົນ ເປັນປົກກະຕິ; ກຳນົດໂຄງປະກອບລາຄາຂາຍຍົກ-ຂາຍຍ່ອຍ ລາຍການສິນຄ້າທີ່ນອນໃນບັນຊີຄວບ ຄຸມລາຄາ(ບັນຊີ ກ) ເຊິ່ງຜ່ານມາ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການກຳນົດສິນຄ້າປະເພດນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ສ່ວນພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫລວງ ແມ່ນໄດ້ກໍານົດໂຄງປະກອບລາຄາສິນຄ້າປະເພດເຂົ້າກິນ, ໝູ ແລະ ປານິນ. ພ້ອມນັ້ນ, ຈະໄດ້ສືບຕໍ່ຄົ້ນຄວ້າກຳນົດໂຄງປະກອບລາຄາໄຂ່ໄກ່ ແລະ ສິນຄ້າອື່ນທີ່ເຫັນວ່າມີຜົນກະທົບຕໍ່ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ.

ກະຊວງອຸດສາຫະກຳ ແລະ ການຄ້າ ໃນນາມກອງເລຂາຂອງຄະນະ 71/ນຍ ຈະໄດ້ສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງ ທີ່ຢູ່ໃນຄະນະ ໃຫ້ສືບຕໍ່ຄົ້ນຄວ້າການກຳນົດໂຄງປະກອບລາຄາສິນຄ້າລາຍການສິນຄ້າບັນຊີ(ກ) ໃນຂະແໜງການຂອງຕົນ ເນື່ອງຈາກຫລາຍຂະແໜງການມີລາຍການສິນຄ້າຄວບຄຸມລາຄາແລ້ວ, ແຕ່ຍັງບໍ່ສາມາດກຳນົດໂຄງປະກອບລາຄາໄດ້. ພ້ອມນັ້ນ, ຍັງຈະຕິດຕາມ, ກວດກາ ລາຄາສິນຄ້າຕາມທ້ອງຕະຫລາດ ແລະ ຫ້າງຮ້ານທົ່ວໄປ ໃນຍາມບຸນປະເພນີ ຫລື ວັນສຳຄັນຕ່າງໆ ແລະ ໃນກໍລະນີມີວິກິດການຢ່າງໃກ້ຊິດ.

ຂ່າວ: ທະນູທອງ ພາບ: ອ່າຍຄຳ