ເພື່ອຄຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດຂອງພັກ ໂດຍສະເພາະຕ້ອນຮັບງານ ສະເຫຼີມສະຫຼອງປີສາມັກຄີມິດຕະພາບຮ່ວມມືຮອບດ້ານ ລາວ-ຫວຽດນາມ ປີ 2022 ຄົບຮອບ 45 ປີ ( 18 ກໍລະກົດ 1977- 18 ກໍລະກົດ 2022 ) ແລະ ວັນແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962-5 ກັນຍາ 2022 ) ທີ່ຈະມາເຖິງນີ້ ໃຫ້ເຕັມໄປດ້ວຍບັນຍາກາດຂະບວນການຢ່າງຟົດຟື້ນ; ໃນວັນທີ 12 ມິຖຸນາ 2022 ຢູ່ທີ່ຫຼັກໝາຍ 528 ລະຫວ່າງ ດ່ານສາກົນນາເພົ້າ ແລະ ດ່ານສາກົນຈ່າຫຼໍ ສສ ຫວຽດນາມ.

ການສ້າງຂະບວນການອອກແຮງງານຮ່ວມກັນໃນຄັ້ງນີ້ ມີບັນດາສະມາຊິກຊາວໜຸ່ມດ່ານສາກົນນາເພົ້າ ສປປ ລາວ ແລະ ສະມາຊິກຊາວໜຸ່ມດ່ານສາກົນຈ່າຫຼໍ ສສ ຫວຽດນາມ ນໍາໂດຍ ທ່ານ ພັຕ ສິນໄຊ ແສງດາວັນ ຄະນະຮາກຖານດ່ານສາກົນນາເພົ້າ ໂດຍມີສະມາຊິກຊາວໜຸ່ມເຂົ້າຮ່ວມຈຳນວນ 30 ສະຫາຍ ພ້ອມດ້ວຍບັນຍາກາດອັນອົບອຸ່ນ ແລະ ມ່ວນຊື່ນ.

ການອອກແຮງງານຮ່ວມກັນໃນຄັ້ງນີ້ ແມ່ນໄດ້ພ້ອມກັນອະນາໄມ, ເກັບຂີ້ເຫຍື້ອຕັດຫຍ້າຕາມແຄມເສັ້ນທາງ ເພື່ອເຮັດໃຫ້ມີຄວາມເປັນລະບຽບຮຽບ ຮ້ອຍ ແລະ ສະອາດ. ພ້ອມກັນນັ້ນ, ກໍເພື່ອເປັນການເຕົ້າໂຮມຮັດແໜ້ນຄວາມສາມັກຄີລະຫວ່າງຄະນະຊາວໜຸ່ມທັງ 2 ພາກສ່ວນ ກໍຄື ສະມາຊິກຊາວໝຸ່ມ 2 ແຂວງຄຳມ່ວນ-ກວາງບິ່ງ ໝັ້ນຄົງທະນົງແກ່ນຕະຫຼອດໄປ.