ກອງບັນຊາການ ປກສ ແຂວງໄຊຍະບູລີ ປະກາດເລື່ອນຊັ້ນໃຫ້ ນາຍ ແລະ ພົນຕໍາຫຼວດ ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂຕາມລະບຽບກົດໝາຍກໍາລັງປ້ອງກັນຄວາມສະຫງົບ, ປະດັບຊັ້ນ ໂດຍ ພັອ ຄໍາແພງ ເພັດ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະກອງບັນຊາການ, ຄະນະ ຫ້ອງ, ພ້ອມດ້ວຍ ປກສ ເມືອງ, ພະແນກ, ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ ໃນອາທິດຜ່ານມາ.

ພັອ ຄໍາສິນ ຜິວວັນນາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປກສ ແລະ ຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງໄຊຍະບູລີ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ຂຶ້ນກັບກອງບັນຊາການ ປກສ ແຂວງ ໄຊຍະບູລີ ຈໍານວນ 119 ສະຫາຍ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ 30 ສະຫາຍ, ຮ້ອຍເອກ ຂຶ້ນ ພັນຕີ 11 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 49 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 15 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 3 ສະຫາຍ, ສິບເອກ ຂຶ້ນ ວາທີ 5 ສະຫາຍ, ສິບໂທ ຂຶ້ນ ສິບເອກ 5 ສະຫາຍ, ສິບຕີ ຂຶ້ນ ສິບໂທ 1 ສະຫາຍ.

ໃນພິທີ, ພັອ ຄໍາແພງ ເພັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ນາຍ ແລະ ພົນຕໍາຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ພ້ອມທັງເນັ້ນ ໃຫ້ເອົາໃຈໃສ່ກໍາແໜ້ນເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ, ມີຄວາມເດັດຂາດໃນການປະຕິບັດໜ້າທີ່ວຽກງານ, ມີການຄົ້ນຄວ້າ, ມີຫົວຄິດປະດິດ ສ້າງ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ພ້ອມກັນເຮັດສໍາເລັດ ໜ້າທີ່ວຽກງານ, ຮັບປະກັນໃຫ້ ແຂວງໄຊຍະບູລີ ມີຄວາມສະຫງົບປອດໄພ.