ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ຮ່ວມກັບ ສະຖານທີ່ທ່ອງທ່ຽວກໍາແພງເມືອງເກົ່າວຽງຈັນ (ບ້ານໜອງໄຮ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ) ມອບເສື້ອກິລາ ຈຳນວນ 13 ຊຸດ ມູນຄ່າ 1.300.000 ກີບ ໃຫ້ພະແນກຄູສູນຝຶກອົບຮົມວິຊາສະເພາະຄົບວົງຈອນ  (513 ) ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 16 ມິຖຸນາ 2022, ກ່າວມອບໂດຍ ທ່ານ ສີວຽງແກ້ວ ທຳມະວົງ ເຈົ້າຂອງວິສາຫະກິດຄໍາເຫຼັກ.

ພັຕ ນາງ ສາຍຄຳ ຊົມສີຫາປັນຍາ ຮອງຫົວໜ້າພະແນກຄູ ສູນຝຶກອົບຮົມວິຊາສະເພາະຄົບວົງ ໄດ້ຕາງໜ້າໃຫ້ຄະນະຮັບເຄື່ອງດັ່ງກ່າວ ພ້ອມທັງກ່າວສະແດງຄວາມຂອບໃຈມາຍັງ ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ແລະ ສະຖານທີ່ທ່ອງທ່ຽວກໍາແພງເມືອງເກົ່າ (ໜອງໄຮ) ທີ່ໄດ້ສະຫຼະທຶນຮອນຂອງບໍລິສັດມາມອບເຄື່ອງກິລາໃນຄັ້ງນີ້ ແລະ  ສັນຍາວ່າຈະນຳໃຊ້ເຄຶ່ອງກິລາດັ່ງກ່າວໃຫ້ມີປະສິດທິຜົນສູງໃນຂະບວນການກິລາຊາວໜຸ່ມ-ແມ່ຍິງ ເພື່ອຜູກແໜ້ນຄວາມສາມັກຄີລະຫວ່າງອ້າຍນ້ອງພະນັກງານໃນພະແນກຕ່າງໆ ທີ່ຂຶ້ນກັບກອງບັນຊາການປ້ອງກັນເຄື່ອນທີ່  ແລະ ເພື່ອປະກອບສ່ວນເຂົ້າໃນຂະບວນການແຂ່ງຂັນກິຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ມີບັນຍາກາດເບີກບານມຶ່ນຊື່ືນຄືກຄື້ນ.

ພ້ອມນັັ້ນ; ກໍອວຍໄຊໃຫ້ ວິສາຫະກິດຄຳເຫຼັກ ຖ່າຍຮູບຕິດເອກະສານນັກຮຽນ ແລະ ສະຖານທີ່ທ່ອງທ່ຽວ ກຳແພງເມືອງເກົ່າ (ໜອງໄຮ) ຈົ່ງປະສົບຜົນສຳເລັດໃນການດຳເນີນທຸລະກິດ, ມີຄວາມແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຕົວ ແລະ ຈະເລີນກ້າວໜ້າເຕີບໃຫຍ່ຍິ່ງໆຂຶ້ນ ພ້ອມຫວັງວ່າໂອກາດໜ້າຈະໄດ້ຮັບການອຸປະຖຳຈາກວິສາຫະກິດອີກ.