ໃນ 6 ເດືອນຕົ້ນປີ 2022, ມີຄະດີເກີດຂຶ້ນຢູ່ຕາມເສັ້ນທາງລົດໄຟລາວ-ຈີນ ຊ່ວງນະຄອນຫຼວງວຽງຈັນ ທັງໝົດ 28 ເລື່ອງ, ສາມາດແກ້ໄຂໄດ້ 12 ເລື່ອງ ກັກຜູ້ຖືກຫາດໍາເນີນຄະດີໄດ້ 5 ຄົນ; ເຊິ່ງຂໍ້ມູນດັ່ງກ່າວ ໃຫ້ຮູ້ໃນ ການປະຊຸມສະຫຼຸບວຽກງານທີ່ຈັດຂຶ້ນໃນວັນທີ 15 ມິຖຸນາ 2022 ເປັນປະທານຂອງ ພັອ ອຸບົນ ຈູນລະມະນີ ຮອງຫົວໜ້າກອງບັນຊາການ ປກສ ນວ, ພັອ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາຫຼວດທາງລົດໄຟ, ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ພັທ ຈັນທະບູນ ມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຂຶ້ນຜ່ານບົດສະຫຼຸບວ່າ: ໃນ 6 ເດືອນຕົ້ນປີ 2022, ພະແນກຕຳຫຼວດລົດໄຟ ນະຄອນຫຼວງວຽງຈັນ ເລີ່ມເປີດບໍລິການນຳໃຊ້ສະຖານີລົດໄຟລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ ມີເຫດການເກີດຂຶ້ນ 28 ເລື່ອງ ສາມາດແກ້ໄຂໄດ້ຈຳນວນ 12 ເລື່ອງ, ກັກຜູ້ຖືກຫາໄດ້ 5 ຄົນມອບໃຫ້ກອງບັນຊາການ ປກສ ເມືອງຫາດຊາຍຟອງ ດຳເນີນຄະດີ; ໃນນີ້, ຄະດີພົ້ນເດັ່ນ ແມ່ນພະແນກຕຳຫຼວດ ລົດໄຟກວດພົບເຫັນຄົນໂດຍສານພົກພາທາດລະເບີດ ( ລູກປືນ AK ຈໍານວນ 155 ລູກ ) ເຂົ້າມາໃນສະຖານີໂດຍ ສານສາມາດຈັບຕົວນຳ ສົ່ງໃຫ້ພະແນກຕຳຫຼວດສືບສວນ-ສອບສວນດຳເນີນຄະດີຕາມລະບຽບກົດໝາຍ.

ພັອ ອຸບົນ ຈູນລະມະນີ ໃຫ້ທິດຊີ້ນຳຕໍ່ພະແນກຕຳຫຼວດລົດໄຟ ນະຄອນຫຼວງວຽງຈັນ ແລະ ບັນດາ ປກສ 4 ຕົວເມືອງ (ເມືອງ ຫາດຊາຍຟອງ, ເມືອງໄຊເສດຖາ, ເມືອງໄຊທານີ ແລະ ເມືອງນາຊາຍທອງ) ທີ່ມີເສັ້ນທາງລົດໄຟລາວ-ຈີນຜ່ານ ໃຫ້ເອົາໃຈໃສ່ເພີ່ມທະວີເຮັດວຽກງານປ້ອງກັນຄວາມສະ ຫງົບໃຫ້ແໜ້ນແຟ້ນ ໂດຍສົມທົບກັບທະຫານເມືອງ ແລະ ອຳນາດການປົກຄອງທ້ອງຖິ່ນພ້ອມກັນປົກປັກຮັກສາສະຖານີ ແລະ ແລວ ທາງລົດໄຟບໍ່ໃຫ້ມີບັນຫາປະກົດການຫຍໍ້ທໍ້ເກີດຂຶ້ນເຊິ່ງອາດຈະ ເປັນຜົນສະທ້ອນຕໍ່ກັບການກໍ່ສ້າງ ແລະ ພັດທະນາປະເທດຊາດ.

ໃນຕອນທ້າຍ, ກອງປະຊຸມ ພັອ ໄກສອນ ແກ້ວມະນີ ມີຄຳຖາມເຈາະຈີ້ມ ພ້ອມທັງໃຫ້ທິດຊີ້ນຳຕໍ່ກັບວຽກງານປ້ອງກັນສະຖານີລົດໄຟລາວ-ຈີນນັບແຕ່ຂັ້ນເມືອງ, ນະຄອນຫຼວງ ແລະ ທ້ອງຖິ່ນ ທີ່ມີເສັ້ນທາງລົດໄຟຜ່ານໂດຍຖືເອົາວຽກງານວິຊາສະເພາະເປັນຫຼັກ, ສ້າງຕາໜ່າງພື້ນຖານ ແລະ ເຮັດ ວຽກງານໂຄສະນາໃຫ້ພໍ່-ແມ່ປະຊາຊົນມີສ່ວນຮ່ວມເຂົ້າໃນວຽກງານປ້ອງກັນ ເພື່ອບໍ່ໃຫ້ກຸ່ມຄົນບໍ່ດີຫວັງທຳລາຍມ້າງເພກໍ່ຄວາມບໍ່ສະຫງົບຢູ່ຕາມສະຖານີລົດໄຟ ຫຼື ແລວທາງລົດໄຟ ແລະ ໄດ້ຖືເອົາໂອກາດດັ່ງກ່າວ ລົງກວດເບິ່ງພື້ນຖານໂຄງລ່າງຂອງບໍລິສັດລົດໄຟລາວ-ຈີນ ໂດຍສະເພາະແມ່ນສະຖານີສິນຄ້າວຽງຈັນໃຕ້ ແລະ ຊີ້ນຳວຽກງານປ້ອງກັນ ເພື່ອຮັບປະກັນບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດເຂົ້າມາໃນສະຖານີລົດໄຟລາວ-ຈີນຢ່າງເດັດຂາດ.