ຈາກກໍລະນີທີ່ສັງຄົມອາດມີຄວາມເຂົ້າໃຈຄາດເຄື່ອນຈາກຄວາມເປັນຈິງ ແລະ ມີບາງທະນາຄານທຸລະກິດ ລວມທັງບັນດາຂະແໜງການທີ່ກ່ຽວຂ້ອງບໍ່ທັນເປັນເອກະພາບຢ່າງທົ່ວເຖິງກ່ຽວກັບການໃຫ້ບໍລິການຮັບເງິນດ່ວນ “ MoneyGram ” ເນື່ອງຈາກວ່າໄດ້ມີແຈ້ງການສະບັບເລກທີ 1120/ທຄຕລ, ວັນທີ 9 ມິຖຸນາ 2022 ເຖິງບັນດາຮ້ານຕົວແທນຍ່ອຍໃຫ້ບໍລິການຮັບເງິນດ່ວນທີ່ຂຶ້ນກັບທະນາຄານການຄ້າຕ່າງປະເທດລາວມະຫາຊົນ ເລື່ອງໃຫ້ກຳນົດເອົາສະກຸນເງິນກີບຈ່າຍໃຫ້ກັບລູກຄ້າທີ່ມາໃຊ້ບໍລິການຮັບເງິນດ່ວນ ຫຼື MoneyGram, ລວມທັງການດຳເນີນທຸລະກຳຕ່າງໆກ່ຽວ ກັບການເງິນແມ່ນໃຫ້ໃຊ້ສະກຸນເງິນກີບ; ເຊິ່ງເຮັດໃຫ້ສັງຄົມມີຫາງສຽງວ່າ ມີຄວາມເໝາະສົມແລ້ວ ຫຼື ບໍ່ ຈາກສະພາບເສດຖະກິດປັດຈຸບັນທີ່ສະກຸນເງິນຕາຕ່າງປະເທດກຳລັງແຂງຄ່າ ໃນຂະນະທີ່ຄ່າເງິນກີບອ່ອນຄ່າລົງ.

ຈາກກໍລະນີດັ່ງກ່າວ, ໃນວັນທີ 15 ມິຖຸນາ 2022, ທະນາຄານ ແຫ່ງ ສປປ ລາວຈຶ່ງໄດ້ຖະແຫຼງກ່ຽວກັບການຄຸ້ມຄອງເງິນຕາຕ່າງປະເທດ ໂດຍຢັ້ງ ຢືນວ່າ ລູກຄ້າທີ່ມີເງິນຕາຕ່າງປະເທດຢູ່ໃນຄອບຄອງຍັງສາມາດເປີດບັນຊີເງິນຝາກ, ສາມາດຖອນ-ໂອນຕາມປະເພດບັນຊີ ແລະ ສະກຸນເງິນ ທີ່ຕົນຄອບຄອງໄດ້ຕາມປົກກະຕິ, ສາມາດນໍາເງິນກີບ ແລະ ເງິນຕາຕ່າງປະເທດທີ່ມີແຫຼ່ງທີ່ມາຖືກຕ້ອງຝາກເຂົ້າບັນຊີຂອງຕົນທີ່ເປີດໄວ້ນໍາທະນາຄານທຸລະ ກິດຢູ່ ສປປ ລາວ ແລະ ເງິນໃນບັນຊີດັ່ງກ່າວ ສາມາດຖອນ ແລະ ຮັບດອກເບ້ຍຕາມປະເພດບັນຊີເງິນຝາກຂອງຕົນນໍາທະນາຄານທຸລະກິດໄດ້ປົກກະ ຕິ.

ທ່ານ ນາງ ຂັນແກ້ວ ຫຼ້າມະນີເງົາ ຫົວໜ້າກົມນະໂຍບາຍເງິນຕາທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ອີງໃສ່ສະພາບຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ-ເງິນຕາ ດັ່ງທີ່ພວກເຮົາເຫັນການເພີ່ມຂຶ້ນຂອງອັດຕາເງິນເຟີ້, ການເໜັງຕີງຂອງອັດຕາແລກປ່ຽນ, ລາຄານໍ້າມັນ; ເຊິ່ງບັນຫາດັ່ງກ່າວໃນສະພາບແວດລ້ອມຄືແນວນີ້ ທຸກຂະແໜງການ ທັງພາກລັດ ແລະ ທຸລະກິດ ໄດ້ພະຍາຍາມແກ້ໄຂບັນຫາດ້ວຍມາດຕະການຈໍານວນໜຶ່ງຢ່າງເໝາະ ສົມ; ໃນການຈັດຕັ້ງປະຕິບັດມາດຕະການຕ່າງໆ ກໍປະກົດມີຄວາມເຂົ້າໃຈຂອງສັງຄົມທີ່ອາດຈະຄາດເຄື່ອນຈາກຄວາມເປັນຈິງ ແລະ ບໍ່ທັນເປັນເອກະ ພາບຢ່າງທົ່ວ ເຖິງກ່ຽວກັບບາງວິທີໃນການຈັດຕັ້ງປະຊາສໍາພັນຂອງຂະແໜງການຍັງບໍ່ທັນມີປະສິດທິພາບ ແລະ ບໍ່ກວ້າງຂວາງເທົ່າທີ່ຄວນເປັນຕົ້ນ ແມ່ນ ເມື່ອບໍ່ດົນມານີ້ ກໍມີການຮັບຮູ້ ແລະ ເຂົ້າໃຈຄາດເຄື່ອນກ່ຽວກັບແຈ້ງການສະບັບ ເລກທີ 1120/ທຄຕລ ກ່ຽວກັບການໃຫ້ບໍລິການ Money Gram; ໂດຍໃນນາມກົມນະໂຍບາຍເງິນຕາ ຈຶ່ງໄດ້ຕາງໃຫ້ທະນາຄານ ແຫ່ງ ສປປ ລາວ ຂໍປະຊາສໍາພັນມາຍັງບັນດາທ່ານ ໃຫ້ເຂົ້າໃຈເປັນເອກະ ພາບວ່າ: ປັດຈຸບັນທະນາຄານທຸລະກິດ ກໍຄືລະບົບ Money Gram ຍັງສືບຕໍ່ບໍລິການໃຫ້ພໍ່-ແມ່ປະຊາຊົນ ສາມາດຖອນເງິນໄດ້ຕາມປົກກະຕິ;

ຂໍໃຫ້ບັນດາທ່ານຊາບ ແລະ ໝັ້ນໃຈ ໃນຄວາມປອດ ໄພຂອງຊັບສິນກໍຄືເງິນຝາກຂອງ ທ່ານຢູ່ນໍາລະບົບທະນາຄານຕິດພັນກັບວຽກງານຄຸ້ມຄອງເງິນຕາຕ່າງປະເທດທະນາຄານແຫ່ງ ສປປ ລາວ, ທະນາຄານ ທຸລະກິດ ແລະ ບັນດາຂະແໜງການກ່ຽວຂ້ອງ ແມ່ນໄດ້ຈັດຕັ້ງປະຕິບັດໜ້າທີ່ບົດບາດ ພາຍໃຕ້ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 55/ສພຊ ລົງວັນທີ 22 ທັນວາ 2015; ໃນນັ້ນ, ມາດຕາ 15 ໄດ້ກໍານົດກ່ຽວກັບການເປີດບັນຊີ ແລະ ການນໍາໃຊ້ເງິນຕາ 6 ໃນ ບັນຊີເງິນຝາກຢູ່ ສປປ ລາວ ຄື: ຜູ້ມີພູມລໍາເນົາ ຢູ່ ສປປ ລາວ ສາມາດນໍາເງິນກີບ ແລະ ເງິນຕາຕ່າງ ປະເທດທີ່ມີແຫຼ່ງທີ່ມາຖືກຕ້ອງ ຝາກເຂົ້າບັນຊີຂອງຕົນທີ່ເປີດໄວ້ນໍາທະນາຄານ ທຸລະກິດ ຢູ່ ສປປ ລາວ ແລະ ເງິນໃນບັນຊີດັ່ງກ່າວ ສາມາດຖອນ ແລະ ຮັບດອກເບ້ຍຕາມປະເພດບັນຊີເງິນຝາກຂອງຕົນນໍາທະນາຄານທຸລະກິດ.