ກອງບັນຊາການທະຫານ ແຂວງຫຼວງນໍ້າທາ ນໍາກະຕ່າຂອງຂວັນເຂົ້າອວຍພອນກອງບັນຊາການ ປກສ ແຂວງ ໃນວັນທີ 10 ມິຖຸນາ ຜ່ານມາ, ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງ ປກສ ແຂວງຫຼວງນໍ້າທາ ຄົບຮອບ 60 ປີ ( 24 ພຶດສະພາ 1962–-24 ພຶດສະພາ 2022 ), ນໍາໂດຍ ພັທ ສິງແກ້ວ ສົມນໍວັນ ຮອງຫົວໜ້າຫ້ອງການກອງບັນຊາການທະຫານແຂວງ, ຕ້ອນຮັບການອວຍພອນຂອງ ພັທ ບຸນຮັກ ເຢີມມະລີ ຫົວໜ້າຫ້ອງການກອງບັນ ຊາການ ປກສ ແຂວງ, ມີ ຫົວໜ້າ-ຮອງພະແນກທັງສອງຝ່າຍ ເຂົ້າຮ່ວມ.

ພັທ ສິງແກ້ວ ສົມນໍວັນ ໄດ້ສະແດງຄໍາຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ຍາດມາໄດ້ 60 ປີ ຜ່ານມາທີ່ມີຄວາມເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງຂຶ້ນ ເປັນກ້າວໆ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ ສາມາດປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫຼວງນໍ້າທາ ມີທ່າອ່ຽງຂະຫຍາຍຕົວເຂົ້າສູ່ຈຸດສູງ, ຜົນງານອັນໃຫຍ່ຫຼວງຂອງກໍາລັງ ປກສ ແຂວງຫຼວງນໍ້າທາ ທີ່ຍາດມາໄດ້ໃນ ໄລຍະ 60 ປີ ຜ່ານມາ, ຄະນະພັກ-ຄະນະຫ້ອງການກອງບັນຊາການທະຫານແຂວງ, ຂໍອວຍພອນໄຊ ອັນປະເສີດໃຫ້ຄະນະພັກ-ຄະນະຫ້ອງ ການກອງບັນຊາການ ປກສ ແຂວງ, ນາຍ ແລະ ພົນຕໍາຫຼວດ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນເຮັດໜ້າທີ່ການເມືອງປ້ອງກັນຄວາມສະຫງົບ ໃຫ້ໃຫຍ່ຫຼວງກວ່າເກົ່າ.

ພັທ ບຸນຮັກ ເຢີມມະລີ ກໍໄດ້ກ່າວຄໍາຂອບໃຈນໍາຄະນະຫ້ອງການກອງບັນຊາການທະຫານແຂວງ ໄດ້ເສຍສະລະເວລາເຂົ້າມາຢ້ຽມຢາມຖາມຂ່າວເນື່ອງໃນໂອກາດນີ້ ເປັນໂອກາດອັນດີງາມທີ່ສອງກໍາລັງໄດ້ສືບຕໍ່ສ້າງສາຍສໍາພັນໄມຕີຈິດ, ຮັກສາໄດ້ຄວາມສາມັກຄີພົວພັນຮ່ວມມືທາງດ້ານວຽກງານຕ່າງໆ ສືບຕໍ່ເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮັບປະກັນສະຖຽນລະພາບທາງດ້ານການເມືອງ, ມີຄວາມໝັ້ນຄົງປະກອບສ່ວນເຮັດໃຫ້ ແຂວງຫຼວງນໍ້າທາ ໄດ້ຮັບການພັດທະນາເປັນກ້າວໆ.