ກອງບັນຊາການ ປກສ ເມືອງຫາດຊາຍຟອງ ໄດ້ເປີດຊຸດຝຶກອົບຮົມພາລະບົດບາດສິດ ແລະ ໜ້າທີ່ວຽກງານວິຊາສະເພາະໃຫ້ກຳລັງ ປກສ ບ້ານ ຈຳນວນ 14 ບ້ານ ທີ່ ຂຶ້ນກັບກຸ່ມ 4 ສາລາຄຳ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໃນວັນທີ 16 ມິຖຸນາ 2022 ເປັນ ປະທານໂດຍ ທ່ານ ສອນປະສິດ ສຸວັນນະເມືອງ ປະທານກຳມະບານເມືອງ ຫົວໜ້າກຸ່ມ 4 ສາລາຄຳ, ພັທ ວຽງທອງ ຜາງພິລາວົງ ຫົວໜ້າກອງບັນຊາການ ປກສ ເມືອງ ຫາດຊາຍຟອງ, ມີບັນດາພະນັກງານກໍ່ສ້າງຮາກຖານ, ປກສ ກຸ່ມ ແລະ ປກສ ບ້ານເຂົ້າຮ່ວມ.

ພັທ ຄຳໃສ ສຸລະວົງສາ ຫົວໜ້າ ປກສ ກຸ່ມ 4 ສາລາຄຳ ກ່າວວ່າ: ການເປີດຊຸດຝຶກອົບຮົມຄັ້ງນີ້, ເພື່ອເປັນການປັບປຸງຮາກຖານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານວຽກງານວິຊາສະເພາະປ້ອງກັນຄວາມສະຫງົບໃຫ້ກຳລັງ ປກສ ບ້ານ ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການເຮັດວຽກງານວິຊາສະເພາະ, ຮັບປະກັນຕາມສິດ ແລະ ພາລະບົດບາດຂອງຕົນໃຫ້ມີປະສິດທິຜົນສູງແນໃສ່ຄວາມຖືກຕ້ອງ, ຄວາມຮັບປະກັນໃນໜ້າທີ່ວຽກງານວິຊາສະເພາະທີ່ພັກ-ລັດ ຂັ້ນເທິງມອບໝາຍໃຫ້.

ຊຸດຝຶກອົບຮົມຄັ້ງນີ້, ຈະໄດ້ຮຽນຮູ້ກ່ຽວກັບ 7 ເອກະສານທີ່ ສຳຄັນຄື: ເອກະສານສິດ ແລະ ໜ້າທີ່ຂອງ ປກສ ບ້ານ; ບົດບັນທຶກຮັບແຈ້ງຄວາມ; ບົດບັນທຶກຄຳໃຫ້ການ; ປ້ອງກັນສະຖານທີ່ເກີດເຫດ; ຄຸ້ມຄອງຄົນຕ່າງປະເທດ, ເອກະສານຜົນຮ້າຍຂອງຢາເສບຕິດ ແລະ ເອກະສານເງື່ອນໄຂມາດຖານ ສ້າງ-ປະເມີນບ້ານປອດຢາເສບຕິດ.

ທ່ານ ສອນປະສິດ ສຸວັນນະເມືອງ ໄດ້ຮຽກຮ້ອງໃຫ້ ປກສ ກຸ່ມ, ປກສ ບ້ານ ແລະ ອົງການປົກຄອງບ້ານ ຈົ່ງພ້ອມກັນເອົາໃຈໃສ່ໃນການຖອດຖອນບົດຮຽນຄັ້ງນີ້ໃຫ້ດີ ເພື່ອນໍາໄປເປັນບົດຮຽນໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ພ້ອມທັງຕິດຕາມກວດກາການເໜັງຕີງຂອງພົນລະເມືອງ, ເອົາ ໃຈໃສ່ເຮັດວຽກງານຄຸ້ມຄອງສຳມະໂນຄົວ, ວຽກງານຍຸດທະສາດຂອງພັກ, ນຳເອົາເນື້ອໃນກອງປະຊຸມນຳໄປຈັດຕັ້ງຜັນຂະຫຍາຍ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍສະຕິປັນຍາ, ເຊີດຊູຄວາມເປັນເຈົ້າການໃນການຄົ້ນຄວ້າຮໍ່າຮຽນ ເພື່ອຮັບປະກັນຢູ່ຂັ້ນຮາກຖານໃຫ້ມີຄວາມສະຫງົບໂດຍພື້ນຖານ.